(VOVWORLD) - ຫວຽດນາມ ໄດ້ ແລະ ພວມສົມທົບກັບຝ່າຍ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອຮັກສາທ່າພັດທະນາບັນດາສັນຍາການຄ້າ 2 ຝ່າຍຢ່າງຕັ້ງໜ້າ.
(ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ) |
ຕອນບ່າຍວັນທີ 20 ມີນາ, ຢູ່ ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບນະໂຍບາຍພາສີອາກອນຂອງ ອາເມລິກາ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ, ຫວຽດນາມ ໄດ້ ແລະ ພວມສົມທົບກັບຝ່າຍ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອຮັກສາທ່າພັດທະນາບັນດາສັນຍາການຄ້າ 2 ຝ່າຍຢ່າງຕັ້ງໜ້າ. ທ່ານນາງຢືນຢັນວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ ແລະ ເຮັດວຽກບົນຈິດໃຈສ້າງສັນ ແລະ ຮ່ວມມືກັບຝ່າຍ ອາເມລິກາ ເພື່ອແບ່ງປັນຂໍ້ມູນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ແກ້ໄຂບັນດາສິ່ງທີ່ຍັງຕິດຂັດ, ຄົງຄ້າງ, ເພື່ອປະກອບສ່ວນນຳການພົວພັນເສດຖະກິດ 2 ຝ່າຍໃຫ້ພັດທະນາຢ່າງມີສະຖຽນລະພາບ, ຕອບສະໜອງຜົນປະໂຫຍດຂອງທັງ 2 ຝ່າຍ.
ກໍ່ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ອາເມລິກາ ສືບຕໍ່ປະຕິບັດໂຄງການຟື້ນຟູຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ, ໃຫ້ຮູ້ວ່າ, ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໄດ້ຮັບຖືວ່າ ແມ່ນພື້ນຖານສຳຄັນໃນການພົວພັນລະຫວ່າງ 2 ປະເທດ.