ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າຢູ່ສະຫະປະຊາຊາດ ແລະ ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ

(VOVWORLD) -ຍາມໃດ ຫວຽດນາມ ກໍຍົກສູງ ແລະ ສະໜັບສະໜູນລັດທິຫຼາຍຝ່າຍ, ກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ, ຊຸກຍູ້ການຮ່ວມມືສາກົນ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກໃຫ້ເປັນຢ່າງດີກວ່າ.
ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າຢູ່ສະຫະປະຊາຊາດ ແລະ ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ - ảnh 1ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ກ່າວຄຳເຫັນທີ່ເຫດການ
(ພາບ: TTXVN)

        ວັນທີ 14 ກັນຍາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງອື່ນໆຢູ່ ເຊີແນວ, ປະເທດ ສະວິດ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 77 ປີ ແລະ 45 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດຢ່າງສົມກຽດ.

        ທີ່ເຫດການ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ຊີແນວ, ເນັ້ນໜັກວ່າ ຍາມໃດ ຫວຽດນາມ ກໍຍົກສູງ ແລະ ສະໜັບສະໜູນລັດທິຫຼາຍຝ່າຍ, ກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ, ຊຸກຍູ້ການຮ່ວມມືສາກົນ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກໃຫ້ເປັນຢ່າງດີກວ່າ. ທ່ານນາງແບ່ງປັນວ່າ, ໂລກພວມປະເຊີນໜ້າກັບຄວາມຂາດສະຖຽນລະພາບ, ສິ່ງທ້າທາຍທົ່ວໂລກຫຼາຍຢ່າງ, ແຕ່ ຫວຽດນາມ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ ແລະ ການຮ່ວມມືສາກົນ, ບັນດາສິ່ງທ້າທາຍທີ່ພວມປະເຊີນໜ້ານັ້ນສາມາດຈະກາຍເປັນກາລະໂອກາດເພື່ອພັດທະນາ; ຜ່ານການຊຸກຍູ້ລັດທິຫຼາຍຝ່າຍ, ຮ່ວມມືສາກົນ ແລະ ຄວາມສາມັກຄີຂ້າມຊາຍແດນ ບັນດາປະເທດສາມາດຮ່ວມແຮງຮ່ວມໃຈສ້າງໂລກທີ່ດີງາມກວ່າໃຫ້ທຸກໆຄົນ. ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຫຼາຍກວ່າໃຫ້ແກ່ວຽກງານຂອງສະຫະປະຊາຊາດ ແລະ ພວມອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດອາຍຸການ 2023 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ