ຫວຽດນາມ ໄດ້ຮັບການຕີລາຄາວ່າມີທີ່ຕັ້ງທີ່ດີເພື່ອດຶງດູດ FDI

(VOVWORLD) -ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ເປັນຈຸດນັດພົບຂອງບັນດານັກລົງທຶນຕ່າງປະເທດ, ນັບແຕ່ເມື່ອສຸມໃສ່ເປີດປະຕູຕະຫຼາດ, ພ້ອມທັງຊຸກຍູ້ການພົວພັນດ້ານການຄ້າສາກົນ.
ຫວຽດນາມ ໄດ້ຮັບການຕີລາຄາວ່າມີທີ່ຕັ້ງທີ່ດີເພື່ອດຶງດູດ FDI - ảnh 1(ພາບປະກອບ: TTXVN)

ເວັບໄຊ lexology.com ຢູ່ອັງກິດ ຫາກໍ່ລົງບົດຂຽນຢືນຢັນພື້ນຖານເສດຖະກິດຫວຽດນາມ ພວມມີບັນດາສັນຍານຕັ້ງໜ້າກວ່າເມື່ອທຽບໃສ່ຫຼາຍປະເທດອື່ນໃນໄລຍະເກີດໂລກລະບາດໂຄວິດ-19 ແລະ ພວມມີທີ່ຕັ້ງທີ່ດີເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI).

        ຕາມບົດຂຽນແລ້ວ, ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ເປັນຈຸດນັດພົບຂອງບັນດານັກລົງທຶນຕ່າງປະເທດ, ນັບແຕ່ເມື່ອສຸມໃສ່ເປີດປະຕູຕະຫຼາດ, ພ້ອມທັງຊຸກຍູ້ການພົວພັນດ້ານການຄ້າສາກົນ. ໃນຕະຕາລາງຈັດອັນດັບລະດັບຄວາມສະດວກໃນການດຳເນີນທຸລະກິດແຕ່ລະປີຂອງທະນາຄານໂລກ (WB) ແລ້ວ, ຫວຽດນາມ ຈາກທີ່ຕັ້ງຢືນອັນດັບ 91/183 ໃນປີ 2010 ຂຶ້ນມາເປັນອັນດັບ 70/190 ໃນປີ 2019. ບໍ່ພຽງແຕ່ເທົ່ານັ້ນ, ຫວຽດນາມ ໄດ້ຫັນຈາກຂົງເຂດຜະລິດເຕັກໂນໂລຊີຕ່ຳໄປສູ່ບັນດາຂົງເຂດພື້ນຖານເສດຖະກິດໃໝ່ທີ່ມີອາກອນມູນຄ່າເພີ່ມສູງ ແລະ ເຕັກໂນໂລຊີສູງ, ອຸດສາຫະກຳ 4.0 ແລະ ຫັນປ່ຽນເຕັກນິກດີຈີຕອນ.

        ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຈະເພີ່ມລະບົບມູນຄ່າຜະລິດໂດຍຜ່ານ FDI ແລະ ໄດ້ມານະພະຍາຍາມໃນຫຼາຍປີເພື່ອຍົກສູງທັກສະໃຫ້ຜູ້ອອກແຮງງານ. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ, ບັນດາຄວາມມານະພະຍາຍາມກ່ຽວກັບດ້ານເສດຖະກິດ ແລະ ການຄຸ້ມຄອງຂອງລັດຖະບານຫວຽດນາມ ຈະປະກອບສ່ວນຊຸກຍູ້ FDI ເຂົ້າມາຫວຽດນາມ ໃນຊຸມປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ