ຫວຽດ​ນາມ ​ໄດ້ຮັບ​ຜົນ​ກະ​ທົບ​ຢ່າງ​ຕັ້ງ​ໜ້າ​ຈາກ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4

(VOVWORLD) -ການຕີລາຄາຮອບດ້ານຂອງຜົນກະທົບຈາກການເຊື່ອມໂຍງສາກົນ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ແມ່ນສ່ວນໜຶ່ງທີ່ສຳຄັນຂອງຂະບວນວິວັດຫັນແຜນນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເປັນລະອຽດ. ນັ້ນແມ່ນ “ສ້າງ ແລະ ປັບປຸບລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ ເພື່ອຮັບໃຊ້ປະຊາຊົນ ແລະ ເພື່ອການພັດທະນາຂອງປະເທດຊາດ” ໃນໄລຍະ 2021 – 2030.
ຫວຽດ​ນາມ ​ໄດ້ຮັບ​ຜົນ​ກະ​ທົບ​ຢ່າງ​ຕັ້ງ​ໜ້າ​ຈາກ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 - ảnh 1ກອງປະຊຸມສຳມະນາວິທະຍາສາດຫົວເລື່ອງສະເພາະ (ພາບ: baophapluat.vn)

ວັນທີ 17 ພະຈິກ 2021, ຢູ່ສະຖາບັນການຕ່າງປະເທດ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ໄດ້ເປັນປະທານກອງປະຊຸມສຳມະນາວິທະຍາສາດຫົວເລື່ອງສະເພາະ ກ່ຽວກັບ “ຜົນກະທົບຂອງການເຊື່ອມໂຍງສາກົນ ແລະ ການປະຕິວັດອຸດສາຫະກຳ ຄັ້ງທີ 4 ທີ່ມີຕໍ່ຂະບວນວິວັດການສ້າງລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ ຫວຽດນາມ”.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີ ຟ້າມກວາງຮ້ຽວ ຢັ້ງຢືນວ່າ ການຕີລາຄາຮອບດ້ານຂອງຜົນກະທົບຈາກການເຊື່ອມໂຍງສາກົນ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ແມ່ນສ່ວນໜຶ່ງທີ່ສຳຄັນຂອງຂະບວນວິວັດຫັນແຜນນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເປັນລະອຽດ. ນັ້ນແມ່ນ “ສ້າງ ແລະ ປັບປຸບລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ ເພື່ອຮັບໃຊ້ປະຊາຊົນ ແລະ ເພື່ອການພັດທະນາຂອງປະເທດຊາດ” ໃນໄລຍະ 2021 – 2030. ເພື່ອມຸ່ງໄປເຖິງເປົ້າໝາຍນີ້, ຕ້ອງມີມາດຕະການລະບອບລະບຽບການ, ກົດໝາຍ ແລະ ຂັ້ນຕອນຢ່າງລະອຽດ ເພື່ອແນໃສ່ຍາດແຍ່ງເອົາຜົນກະທົບທີ່ຕັ້ງໜ້າຈາກການເຊື່ອມໂຍງສາກົນ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ໄດ້ນຳມາໃຫ້.

ສອງວາລະປຶກສາຫາລືທີ່ກອງປະຊຸມສຳມະນາ ໄດ້ສຸມໃສ່ ຕີລາຄາຜົນກະທົບທີ່ດີ ແລະ ບໍ່ດີຈາກການເຊື່ອມໂຍງເຂົ້າກັບສາກົນ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ທີ່ມີຕໍ່ຂະບວນວິວັດແຫ່ງການສ້າງລັດແຫ່ງອຳນາດກົດໝາຍສັງຄົມ ຫວຽດນາມ; ໄຈ້ແຍກບັນດາບັນຫາທີ່ເກີດຂຶ້ນໃນການສ້າງ ແລະ ປັບປຸງລະບອບລະບຽບການດ້ານເສດຖະກິດໃຫ້ສົມບູນແບບ ເພື່ອໃຫ້ສອດຄ່ອງກັບທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນຂອງໂລກ, ຂອງພາກພື້ນ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4.

ຕອບກັບ

ຂ່າວ/ບົດ​ອື່ນ