ຫວຽດ​ນາມ-ກຳ​ປ​ູ​ເຈຍເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

(VOVWORLD) - ສອງຝ່າຍພ້ອມກັນຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງກອງທັບສອງປະເທດ, ຄື: ແລກປ່ຽນຄະນະຜູ້ແທນທະຫານທຸກຂັ້ນ, ສົມທົບກັນສ້າງຊາຍແດນ, ຫຼັກໝາຍຊາຍແດນໃຫ້ມີຄວາມປອດໄພ, ສັນຕິພາບແລະນັບມື້ນັບພັດທະນາ…

ຫວຽດ​ນາມ-ກຳ​ປ​ູ​ເຈຍເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ảnh 1 ທ່ານພົນໂທຟານວັນຢາງ ແລະ  ທ່ານພົນເອກ VongPisen ຖ່າຍຮູບນຳບັນດາການນຳ

(ພາບ: TTXVN)

ໃນຂອບເຂດການຢ້ຽມຢາມແລະເຮັດວຽກຢູ່ ລາຊະອານາຈັກກຳປູເຈຍ, ຕອນເຊົ້າວັນທີ 31 ຕຸລາ, ທ່ານພົນໂທຟານວັນຢາງ, ກຳມະການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າເສນາທິການໃຫ່ຍກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມພ້ອມດວ້ຍຄະນະຜູ້ແທນທະຫານຂັ້ນສູງຫວຽດນາມໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການໂດຍທ່ານພົນເອກ VongPisen ຜູ້ບັນຊາການທະຫານສູງສຸດກອງທັບລາຊະອານາຈັກກຳປູເຈຍເປັນປະທານການຕ້ອນຮັບ.

        ກ່າວຄຳເຫັນທີ່ການພົບປະເຈລະຈາ, ສອງຝ່າຍພ້ອມກັນຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນ ລະຫວ່າງກອງທັບສອງປະເທດ, ຄື: ແລກປ່ຽນຄະນະຜູ້ແທນທະຫານທຸກຂັ້ນ, ສົມທົບກັນສ້າງຊາຍແດນ, ຫຼັກໝາຍຊາຍແດນໃຫ້ມີຄວາມປອດໄພ, ສັນຕິພາບແລະນັບມື້ນັບພັດທະນາ…

        ຕອນບ່າຍວັນດຽວກັນ, ທ່ານພົນໂທຟານວັນຢາງໄດ້ເຂົ້າຢ້ຽມຄຳນັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາຊະອານາຈັກກຳປູເຈຍ.        

ຕອບກັບ

ຂ່າວ/ບົດ​ອື່ນ