ຫວຽດນາມຂຸດຄົ້ນນະໂຍບາຍຍົກເວັ້ນວິຊາໃຫ້ນັກທ່ອງທ່ຽວມາຈາກບັນດາປະເທດເອີລົບຕາເວັນຕົກຢ່າງມີປະສິດທິຜົນ

ຫວຽດນາມຂຸດຄົ້ນນະໂຍບາຍຍົກເວັ້ນວິຊາໃຫ້ນັກທ່ອງທ່ຽວມາຈາກບັນດາປະເທດເອີລົບຕາເວັນຕົກຢ່າງມີປະສິດທິຜົນ - ảnh 1
ພາບ​ປະ​ກອບ:internet

(vovworld)-  ​ການ​​ໂອ​້​ລົມ​ສົນ​ທະ​ນາ ດ້ວຍ​ຫົວ​ຂໍ​້​ວ່າ: “ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ, ສົ່ງ​ເສີມ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ບັນ​ດາ​ປະ​ເທດ ເອີ​ລົບ ຕາ​ເວັນ​ຕົກ​” ໂດຍ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ຈັດ​ຕັ້ງ ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 23/9 ຢູ່ ຮ່າ​ໂນ້ຍ. ທີ່​ການ​ໂອ້​ລົມ​ສົ​ນ​ທະ​ນາ, ບັນ​ດາ​ຜູ້​ແທນ​ຖື​ວ່າ: ເພື່ອ​ຂຸດ​ຄົ້ນ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວິ​ຊາ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເມືອງ, ຂະ​ແຫນງ​ທ່ອງ​ທ່ຽວ ຄວນ​ເປັນ​ເຈົ້າ​ການ ປະ​ຕິ​ບັດ​ບັນ​ດາ​ການ​ເຄື​່ອນ​ໄຫວ​ເພື່ອ​ເພີ່ມ​ທະ​ວີການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຈາກ 6 ປະ​ເທດ ໄດ້​ຍົກ​ເວັ້ນ​ວິ​ຊາ​ເມື່ອ​ເຂົ້າ ຫວຽດ​ນາມ. ທ່ານ ຫງວຽນ​ວັນ​ຕວນ, ຫົວ​ຫນ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດ​ນາມ ຖື​ວ່າ: ນອກ​ຈາກ​ການ​ຍົກ​ເວັ້ນ​ວິ​ຊາ​ເຂົ້າ​ເມືອງ​ແລ້ວ, ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ຫວຽດ​ນາມ ຄວນ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວິ​ຊາ, ສ້າງ​ເນື້ອ​ໃນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວິ​ຊາ​ໃຫ້​ນັກ​ທ່ອງ​ທ່ຽວ ພ້ອມ​ທັງ ຍູ້​ແຮງ​ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ ຫງວຽນ​ວັນ​ຕວນ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ ໄດ້​ມີ​ຍຸດ​ທະ​ສາດ ຮອດ​ປີ 2020 ກຳ​ນົດ​ຢ່າງ​ຈະ​ແຈ້ງ​ຕະ​ຫລາດ​ຈຸດ​ສຸມ ແລະ ແຜນ​ການການ​ເຄື່ອນ​ໄຫວ​ໃຫ້​ແຕ່​ລະ​ປີ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ມີ​ຫລາຍ​ປະ​ເທດ​ຍົກ​ເວັ້ນ​ວິ​ຊາ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ ພິ​ເສດ ແມ່ນ​ກຸ່ມ​ປະ​ຊາ​ຄົມ ເອີ​ລົບ`"

ຂ່າວ/ບົດ​ອື່ນ