ຫວຽດນາມຄ້ວາ ຫຼຽນຄຳ 4 ຫຼຽນທີ່ງານແຂ່ງຂັນວິທະຍາສາດສາກົນ ISC

(VOVWORLD) -ຄະນະນັກຮຽນເມືອງ ຮ່ວານກຽມ (ຮ່າໂນ້ຍ) ຍາດໄດ້ລາງວັນສູງໃນງານແຂ່ງຂັນວິທະຍາສາດ ສາກົນ ISC.
ຫວຽດນາມຄ້ວາ ຫຼຽນຄຳ 4 ຫຼຽນທີ່ງານແຂ່ງຂັນວິທະຍາສາດສາກົນ ISC - ảnh 1ນັກຮຽນ 04 ຄົນ ທີ່ຍາດໄດ້ຫຼຽນຄໍາໃນງານແຂ່ງຂັນວິທະຍາສາດ ສາກົນ ISC (ພາບ:  TTXVN)

ຕາມຂໍ້ມູນຂ່າວສານຈາກພະແນກການສຶກສາ ແລະ ບຳລຸງສ້າງຮ່າໂນ້ຍແລ້ວ, ຄະນະນັກຮຽນເມືອງ ຮ່ວານກຽມ (ຮ່າໂນ້ຍ) ຍາດໄດ້ລາງວັນສູງໃນງານແຂ່ງຂັນວິທະຍາສາດ ສາກົນ ISC (International Science Competition) ປີ 2019 ໂດຍອົງການສຶກສາ Klinik Pendidikan Mipa ເປັນປະທານຈັດຕັ້ງ, ເຊິ່ງຫາກໍ່ໄດ້ດຳເນີນຢູ່ Bogor, ອິນໂດເນເຊຍ. ຄະນະນັກຮຽນເມືອງຮ່ວານກຽມຕາງໜ້າໃຫ້ແກ່ ຫວຽດນາມເຂົ້າຮ່ວມງານແຂ່ງຂັນຄັ້ງນີ້,ໂດຍໄດ້ສ້າງຄວາມປະທັບໃຈຕໍ່ບັນດາຄະນະນັກຮຽນທີ່ມາຈາກຫຼາຍປະເທດ ແລະ ເຂດແຄ້ວນໃນໂລກ.

ຄະນະຫວຽດນາມລວມມີ ນັກຮຽນ 39 ຄົນ ແລະ ຄູສອນ, ພະນັກງານ 6 ຄົນ ໄປເຂົ້າຮ່ວມງານແຂ່ງຂັນດັ່ງກ່າວ ໃນນັ້ນ ນັກຮຽນ 39 ຄົນລ້ວນແຕ່ບັນລຸໄດ້ລາງວັນ ດ້ວຍຫຼຽນຄຳ 4 ຫຼຽນ, ຫຼຽນເງິນ 10 ຫຼຽນ, ຫຼຽນທອງ 14 ຫຼຽນ ແລະ ລາງວັນຊົມເຊີຍ 11 ລາງວັນ.       


ຕອບກັບ

ຂ່າວ/ບົດ​ອື່ນ