ຫວຽດນາມຈັດຕັ້ງ ການເຄື່ອນໄຫວ ເນື່ອງໃນໂອກາດ ວັນສາກົນ ເພື່ອຄົນພິການ.

ວັນ​ທີ 3/12 ​ໂດຍ​ຕອບ​ສະຫນອງ​ວັນ​ສາກົນ​ເພື່ອ​ຄົນ​ພິການ (3/12)  ຢູ່ ຮ່າ​ໂນ້ຍ,​ສະຫະພັນ​ກ່ຽວ​ກັບ​ຄົນ​ພິການ​ຫວຽດນາມ ​ໄດ້​ຈັດ​ງານ​ຊຸມນຸມ​ມິດ​ຕິງ, ການ​ພົບ​ປະ​ແລກປ່ຽນ, ງານ​ຕະຫລາດນັດ​ ​ແລະ ພົວພັນຕິດ​ຕໍ່​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ພິການ. ທ່ານ ຫງວຽນ​ຮູ​ຍບານ ​ເລ​ຂາ​ທິການ​ໃຫຍ່​ສະຫະພັນ​ດັ່ງກ່າວ​ຖື​ວ່າ: ​ເພື່ອ​ໃຫ້​ຄົນ​ພິການ​ມີ​ຄວາມ​ເຊື່ອ​ໝັ້ນ​ດ້ວຍ​ຕົນ​ເອງ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວົງ​ຄະນາ​ຍາດ ​ແລະ ສູ້​ຊົນ​ບື່ນຕົວ​ຂຶ້ນ, ຄວນ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທົ່ວ​ສັງ​ຄົມ​. ທ່ານ​ບານ​ກ່າວ​ຕໍ່​ໄປ​ວ່າ:

“ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ໃນ​ປະຈຸ​ບັນ ​ແມ່​ນສະຕິ​ຄວາມ​ຮັບ​ຮູ້​ຂອງ​ທຸກ​ຄົນ​ໃນ​ສັງຄົມ ບໍ່​ທັນ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ແລະ ບໍ່​ທັນ​ມີ​ຄວາມ​ຮັບຜິດຊອບ​ເພື່ອ​ເຫັນອົກ​ເຫັນ​ໃຈ, ຊ່ວຍ​ເຫລືອ​ຄົນ​ພິການ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈະ​ສົມທົບ​ກັບ​ບັນດາ​ຄະນະ, ຂະ​ແຫນງ​ການ​ເພື່ອ​ໂຄສະນາ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ໃຫ​້​ແກ່​ປະຊາຊົນ, ຫລັງ​ຈາກ​ນັ້ນ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຄວນສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ເຂົາ​ເຈົ້າ. ສ່ວນ​ຄົນ​ພິການ​ກໍ​ຕ້ອງ​ບື່ນຕົວ​ຂຶ້ນ. “

​ເນື່ອງ​ໃນ​ໂອກາດ​ວັນ​ສາກົນ​ເພື່ອ​ຄົນ​ພິການ, ທ່ານ​ເລ​ຂາ​ທິການ​ໃຫຍ່ ສປຊ Bankimun ​ໄດ້​ອອກ​ສານ​ຮຽກ​ຮ້ອງ​ໃຫ້​ບັນດາ​ລັດຖະບານ, ສັງຄົມ ​ແລະ ປະຊາ​ຄົມ​ສາ​ກົນ ພ້ອມ​ກັນ​ເຄື່ອນ​ໄຫວ​ເພື່ອ​ຄົນ​ພິການ ​ແນ​ໃສ່​ບັນ​ລຸການ​ພັດທະນາ​ຮອບດ້ານ, ໝັ້ນຄົງ ​ແລະ ສະ​ເໝີ​ພາບ​ໃນ​ທົ່ວ​ໂລກ. ​ເນື່ອງ​ໃນ​ໂອກາດ​ນີ້, ອົງການ​ສາກົນ​ເພື່ອ​ຄົນ​ພິການ​ກໍ່​ໄດ້​ຮຽກຮ້ອງ​ໃຫ້​ປະຊາ​ຊາດ, ບັນດາ​ອົງການ​ສິດທິ​ມະນຸດ ສປຊ ​ແລະ ບັນດາ​ພາກສ່ວນ​ໃນ​ສັງຄົມ​ເພີ່ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຄົນ​ພິການ, ຮັບປະກັນ​ທຸກ​ການ​ກະທຳ​ສອດ​ຄອ່ງກັບ​ສົນ​ທິສັນຍາ​ກ່ຽວ​ກັບ​ສິດຂອງ​ຄົນ​ພິການ./.

ຕອບກັບ

ຂ່າວ/ບົດ​ອື່ນ