ຫວຽດນາມ-ຈຸດມັດພົບທີ່ອຸດົມຄະຕິໃຫ້ນັກທ່ອງທ່ຽວຕ່າງປະເທດ

ຫວຽດນາມ-ຈຸດມັດພົບທີ່ອຸດົມຄະຕິໃຫ້ນັກທ່ອງທ່ຽວຕ່າງປະເທດ - ảnh 1
(ພາບປະກອບ)

(vovworld) - ​ ​​ຫວຽດນາມ ຈັດ​ອັນ​ດັບ​ທີ 11 ​ໃນ​ບັນຊີ​ລາຍ​ຊື່ 57 ສະຖານ​ທີ່ທ່ອງ​ທ່ຽວ​ດີ​ທີ່​ສຸດ​ໃຫ້ບັນດາ​ຜູ້ການ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຕາງ​ປະ​ເທດ, ​ເພີ່ມ​ຂຶ້ນ 24 ຂັ້ນ​ເມື່ອ​ທຽບ​ໃສ່​ປີ 2015. ການ​ສຳ​ຫລວດ​ໂດຍ​ເວັບ​ໄຊ Inter Nations ປະຕິບັດ​ ​ໂດຍ​ຜ່ານ​ການຢັ່ງ​ຫາງ​ສຽງ​ຂອງ 14.000 ຄົນ​ທີ່​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ຫຼື ຮຳ່ຮຽນ​ຢູ່​ຕ່າງປະ​ເທດ ອີງ​ຕາມ​ບັນດາມາດຕະຖານ​ຄື: ຄວາມ​ຮູ້​ສຶກສະບາຍ​ໃຈ​ເມື່ອຕັ້ງ​ຖິ່ນ​ຖານ​ຢູ່​ປະ​ເທດ​ ຫຼື ​ເຂດ​ແຂ້ວ​ນ​ໃດ​ໜຶ່ງ, ຄຸນນະພາ​ບການ​ດຳລົງ​ຊີວິດ, ຄ່າໃຊ້​ຈ່າຍ​ສ່ວນ​ຕົວ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ເຮັດ​ວຽກ, ຄວາມ​ມີ​ສະຖຽນ​ລະ​ພາບ…ຕາຕະລາງ​ຈັດ​ອັນ​ດັບ​ປີ 2016 ​ນີ້​ໄດ້ເຊີດ​ຊູ ​ໄຕ​ຫວັນ (ຈີນ) ​ແມ່ນ​ສະຖານ​ທີ່​ອຸດົມ​ຄະຕິທີ່​ສຸດ​ສຳລັບ​ບັນດາ​ຜູ້ທີ່ຢູ່​ຫ່າງໄກ​ຈາກບ້ານ​ເກີດ​ເມືອງ​ນອນ ພິ​ເສດ​ກ່ຽວ​ກັບ​ທາງ​ດ​້ານຊີວິດການ​ເປັນ​ຢູ່ ຖັດຈາກບັນຊີ​ລາຍ​ຊື່​ນີ້​ແມ່ນ Malta, Ecuador, Mexico, New Zealand.

 

ຂ່າວ/ບົດ​ອື່ນ