ຫວຽດນາມ-ຈີນ:ແບ່ງປັນບົດຮຽນກວດກາ,ຕິດຕາມ,ຄວບຄຸມການສໍ້ລາດບັງຫລວງ

ຫວຽດນາມ-ຈີນ:ແບ່ງປັນບົດຮຽນກວດກາ,ຕິດຕາມ,ຄວບຄຸມການສໍ້ລາດບັງຫລວງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານຕ້ອນ​ຮັບ​ທ່ານ ຢ໋າງ​ຊຽວຕູ
 ຮອງ​ເລຂາ​ຄະນະ​ກຳມະການ​ກວດກາ​ກົດ​ລະບຽບ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ
(ພາບ: TTXVN)

(vovworld) - ​ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ ຢ໋າງ​ຊຽວຕູ, ຮອງ​ເລຂາ​ຄະນະ​ກຳມະການ​ກວດກາ​ກົດ​ລະບຽບ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 13/7, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ເນັ້ນ​ໜັກ​ວ່າ: ພັກ ​ແລະ ລັດ ຫວຽດນາມ ຍາ​ມ​ໃດ​ກໍ​ຖື​ໜ້າ​ທີ່​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​​ແມ່ນ​ຈຳນວນທີ່​​ສຸດ​. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ປະຕິບັດ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ຫວຽດນາມ ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ແລະ ປາດ​ຖະໜາ​ຢາກ​ສົມທົບ​ກັບ ຈີນ ​ຢ່າງ​ແໜ້ນ​ແຟ້ນເພື່ອ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ ໜູນ​ຊ່ວຍ​ດ້ານ​ຕຸລາການ​ເປັນ​ຢ່າງ​ດີ. ສ່ວນ​ທ່ານ ຢ໋າງ​ຊຽວຕູ ​ເນັ້ນ​ໜັກ​ວ່າ: ຈີນ ຖື​ເປັນ​ສຳຄັນ​ ​ແລະ ຍູ້​ແຮງ​ວຽກ​ງານ​ຕ້ານການ​ສໍ້​ລາດ​ບັງ​ຫລວງ. ທ່ານຮອງ​ເລຂາ​ຄະນະ​ກຳມະການ​ກວດກາ​ກົດ​ລະບຽບ​ສູນ​ກາງ ​ພັກ​ກອມ​ມູນິດ ຈີນ ຢ໋າງ​ຊຽວຕູ ໃຫ້​ຮູ້​ວ່າ: ຈີນ ຖື​ເປັນ​ສຳຄັນ​ບົດຮຽນ​ຂອງ ຫວຽດນາມ ​ໃນ​ພາ​ລະ​ກິດກໍ່​ສ້າງ​ລັດທິ​ສັງຄົມນິຍົມ, ດັ່ງ​ນັ້ນ, ພ້ອມ​​ແລ້ວ​ທີ່ຈະເພີ່ມ​ທະວີ​ການຮ່ວມ​ມື, ​ພົບ​ປະ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ວຽກງານປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ກັບ ຫວຽດນາມ.

        ​​ແລະ​ກໍໃນ​ວັນ​ດຽວ​ກັນ, ທ່ານຮອງ​ເລຂາ​ຄະນະ​ກຳມະການ​ກວດກາ​ກົດ​ລະບຽບ​ສູນ​ກາງ​ພັກ​ກອມ​ມູນິດ ຈີນ ຢ໋າງ​ຊຽວຕູ ມີ​ການ​ເຮັດ​ວຽກ​ກັບ ທ່ານ ຮ່ວຽນຟອງ​ແຈງ, ຫົວໜ້າ​ອົງການກວດກາ​ລັດຖະບານ​ ​ແລະ ທ່ານ ມາຍ​ເທ່​ເຢືອງ, ຮອງ​ຫົວໜ້າ​ຜູ້​ປະຈຳການ​ຄະນະ​ກຳມະການກວ​​ດກາ​ສູນ​ກາງ.

ຂ່າວ/ບົດ​ອື່ນ