ຫວຽດນາມຈະມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ

ຫວຽດນາມຈະມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
ເຂົ້າຮ່ວມເວທີ​ປາ​ໄສ​ພັດທະນາ ຫວຽດນາມ 2016

(vovworld) - ດ້ວຍ​ຫົວ​ຂໍ້ “ລັດຖະບານ​​ແຫ່ງສ້າງສາ, ປັບປຸງ ​ແລະ ກະທຳ: ກຳລັງ​ໜູນ​ໃໝ່​ໃຫ້ການ​ພັດທະນາ”, ​ເວທີ​ປາ​ໄສ​ພັດທະນາ ຫວຽດນາມ 2016 (VDF 2016) ດຳ​ເນີນ​ໃນ​ຕອນ​ເຊົ້າວັນ​ທີ 09/12 ຢູ່ ຮ່າ​ໂນ້ຍ. ​ເມື່ອ​ຮັບ​ຟັງ​ບັນດາ​ບົດທາ​ບທາມ​ຄວາມ​ເຫັນ ​ແລະ ​ໄຈ້​ແຍກ​ຢູ່​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຖື​ວ່າ: ນີ້​ແມ່ນ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ທີ່​ສຸດ​ຢູ່​ລະດັບ​ສ້າງ​ນະ​ໂຍບາຍ​ມະຫາ​ພາກ, ຊ່ວຍ​ໃຫ້​ບັນດາ​ອົງການ​ສຳນັກ​ງານຂອງ​ລັດຖະບານ ​ໃຫ້​ຂໍ້​ສັງ​ເກດ, ຕີ​ລາຄາ​ຖືກກັບ​ສະພາບ​ການ, ​ແງ່​ຫວັງ​ພັດທະນາ​ຂອງ ຫວຽດນາມ ​ໃນ​ສະພາວະ​ສາກົນ​ພວມ​ມີ​ການ​ຜັນ​ແປ່​ສັບສົນຫລາ​ຍຢ່າງ ​ແລະ ຍາກ​ຈະ​ຄາດ​ຄະ​ເນ​ໄວ້​ລວງ​ໜ້າ. ຈາກນັ້ນ ວາງ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ພັດທະນາ​ໃຫ້​ເໝາະ​ສົມ ​ເພື່ອ​ແນ​ໃສ່​ປະຕິບັດ​ສຳ​ເລັດ​ແຜນການ​ປີ 2017, ​ໂຄງການ​ດຳ​ເນ​ີນ ງານ​ລັດຖະບານ​ອາຍຸ​ການ 2016 – 2021, ດ້ວຍ​ບັນດາ​ໜ້າ​ທີ່, ມາດ​ຕະການ​ທີ່​ນຳ​ມາ​​ເຊິ່ງ​ປະສິດທິ​ຜົນ​ແທດ​ຈິງ.     ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ບາງ​ກຳ​ນົດທິດ ​ແລະ ມາດ​ຕະການ​ຕົ້ນຕໍ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ລັດຖະບານ. ຕາມ​ທ່ານ ຫງວຽນ​ຊວນ​ຟຸກ ​ແລ້ວ ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ໃຫຍ່​ອີກ​ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​​ໃຫ້​ແທດ​ຈິງ​ກ່ວາ, ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​ແບບການ​ເຕີບ​​ໂຕ, ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ການ​ແກ່ງ​ແຍ້​ງ - ຖື​ນີ້ ​ແມ່ນ​ຈຸດ​ສຸມ​ຂອງ​ປີ 2017.

 

 

 

 

ຂ່າວ/ບົດ​ອື່ນ