ຫວຽດ​ນາມ​ຊຸກ​ຍູ້​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ສ້າງ ແລະ ປັ​ບ​ປຸງ​ສັນ​ຕິ​ພາບ

(VOVWORLD) -ແຕ່ວັນທີ 7 – 9 ທັນວາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ ສປຊ ຈັດຕັ້ງກອງປະຊຸມຂັ້ນສູງສາກົນດ້ວຍຫົວຂໍ້ວ່າ “ເພີ່ມທະວີບົດບາດ ຂອງແມ່ຍິງໃນການສ້າງສາ ແລະ ປັບປຸງສັນຕິພາບ: ຈາກຄຳໝັ້ນສັນຍາ ໄປສູ່ ໝາກຜົນ” ພາຍໃຕ້ຮູບການປະສານສົມທົບ ລະຫວ່າງທາງອອນລາຍ ແລະ ໂດຍກົງ ຢູ່ຮ່າໂນ້ຍ. 

ຫວຽດ​ນາມ​ຊຸກ​ຍູ້​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ສ້າງ ແລະ ປັ​ບ​ປຸງ​ສັນ​ຕິ​ພາບ - ảnh 1ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງພ້ອມກັບການນຳຕ່າງປະເທດ

(ພາບ: TTXVN)

ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຢັ້ງຢືນ ວ່າ ຫວຽດນາມ ຖືການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງສັນຕິພາບ ແມ່ນບັນດາບຸລິມະສິດນະໂຍບາຍສຳຄັນ ນັບທັງພາຍໃນປະເທດ ແລະ ໃນເວທີສາກົນ, ທ່ານກໍ່ປາດຖະໜາຢາກໃຫ້ປະຊາຄົມສາກົນ ສືບຕໍ່ຢັ້ງຢືນໃຫ້ຄຳໝັ້ນສັນຍາ, ຍົກອອກບັນດາມາດຕະການ ເພື່ອແນໃສ່ເພີ່ມທະວີບົດບາດ, ການເຂົ້າຮ່ວມ ຂອງແມ່ຍິງ ຢ່າງແທດຈິງ ໃນການສ້າງສາ ແລະ ປັບປຸງສັນຕິພາບ.

ທີ່ກອງປະຊຸມ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ກໍ່ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນເສີມຂະຫຍາຍບົດບາດ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງແມ່ຍິງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຍົກສູງທີ່ຕັ້ງບົດບາດຂອງແມ່ຍິງ ແລະ ຊຸກຍູ້ຄວາມສະເໝີພາບລະຫ່ວາງຍິງຊາຍໃນບັນດາຂົງເຂດທັງໝົດຄື ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ.

ກອງປະຊຸມລວມມີ 5 ວາລະປະຊຸມຄົບຄະນະ ແລະ 4 ວາລະປຶກສາຫາລືຕາມຫົວເລື່ອງ, ໂດຍສຸມໃສ່ກ່ຽວກັບບັນດາມາດຕະການຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງ ແລະ ຮັບປະກັນປັດໄຈເພດໄວໃນການສ້າງສາ ແລະ ປັບປຸງສັນຕິພາບ. ກອງປະຊຸມຄາດວ່າຈະຮັບຮອງເອົາຄຳໝັ້ນສັນຍາ ການກະທຳ ຮ່າໂນ້ຍ ໂດຍຫວຽດນາມສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ