ຫວຽດນາມຊ່ວຍເຫຼືອລາວອຸປະກອນແລະລາຍການກໍ່ສ້າງວິຊາການພູມປະເທດການທະຫານ

ຫວຽດນາມຊ່ວຍເຫຼືອລາວອຸປະກອນແລະລາຍການກໍ່ສ້າງວິຊາການພູມປະເທດການທະຫານ - ảnh 1
(ຫວຽດນາມ ຊ່ວຍເຫຼືອ ລາວອຸປະກອນ ແລະ ລາຍການ
ກໍ່ສ້າງວິຊາການພູມປະເທດການທະຫານ)

(vovworld) - ວັນ​ທີ 8/12, ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ທີ່​ນະຄອນຫຼວງ​ວຽງ​ຈັນ, ກົມ​ແຜນ​ທີ່, ສັງກັດ​ກອງ​​ເສນາ​ທິການກອງທັບ​ປະຊາຊົນ​ຫວຽດນາມ, ​ໄດ້​ມອບ​ບັນດາ​ອຸປະກອນ ​ແລະ ລາຍການ​ກໍ່ສ້າງ​ວິຊາ​ການພູມ​ປະ​ເທດ​ການ​ທະຫານ​ໃຫ້ກົມ​ແຜນ​ທີ່, ສັງກັດ​ກອງ​​ເສນາ​ທິການ, ກອງທັບ​ປະຊາຊົນ​ລາວ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ວິຊາ​ການ​ໃຫ້​ຂະ​ແໜງພູມ​ປະ​ເທດ​ການ​ທະຫານຂອງ​ລາວ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ພັນ​ເອກ ທອງ​ຈັນ ວັນນະ​ສີ, ຫົວໜ້າກົມ​ແຜນ​ທີ່, ກອງທັບ​ປະຊາຊົນ​ລາວ ຢືນຢັນ​ວ່າ, ການ​ເຄື່ອນ​ໄຫວ​ນີ້​ແມ່ນ​ພະຍານ​ຫຼັກ​ຖານ​ທີ່​ມີ​ຊີວິດ​ຊີວາໃຫ້​ແກ່​ສາຍ​ພົວພັນ​ລະຫວ່າງ​ສອງ​ກົມ, ກໍ່​ຄື​ລະຫວ່າງ​ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ​ລາວ ​ແລະ ຫວຽດນາມ. ທ່ານ​ພັນ​ເອກ ທອງ​ຈັນ ວັນນະ​ສີ ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ໃຊ້​ບັນດາ​ອຸປະກອນ​ໂດຍ ​ຫວຽດນາມ​ມອບ​ໃຫ້​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ໃຫ້​ຂະ​ແໜງພູມ​ປະ​ເທດ​ການ​ທະຫານ​ເວົ້າ​ສະ​ເພາະ ​ແລະ ຂະ​ແໜງ​ແຜນ​ທີ່​ຂອງ​ລາວ​ເວົ້າ​ລວມມີ​ເງື່ອນ​ໄຂ​ຍົກ​ລະດັບ​ດ້ານ​ວິຊາ​ການ, ວິຊາ​ສະ​ເພາະ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ