ຫວຽດນາມຍົກສູງຄວາມສາມາດຮັກສາສັນຕິພາບສະຫະປະຊາຊາດ

ຫວຽດນາມຍົກສູງຄວາມສາມາດຮັກສາສັນຕິພາບສະຫະປະຊາຊາດ - ảnh 1
(ພິ​ທີ​ໄຂ​ຊຸດ​ຝຶກ​ອົບ​ຮົມ​ຄູ​ອາ​ຈ​ານ
ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ)


(vovworld) - ​ຕອນ​ເຊົ້າ​ວັ​ຮ​ທີ 24/10, ຢູ່​ຮ່າ​ໂນ້ຍ, ສູນ​ຮັກ​ສາ​ສັນ​ຕິ​ພາບ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ອົງ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈັດ​ຕັ້​ງ​ພິ​ທີ​ໄຂ​ຊຸດ​ຝຶກ​ອົບ​ຮົມ​ຄູ​ອາ​ຈ​ານ ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ. ກ່າວ​ຄຳ​ເຫັນ​ໄຂ​ຊຸດ​ອົບ​ຮົມ, ພັນ​ເອກ ຮ່​ວາງ​ກິມ​ຟຸ້ງ, ຜູ້​ອຳ​ນວຍ​ການສູນ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ​ຫວຽດ​ນາມ ໃຫ​້​ຮູ້​ວ່າ, ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ນັບ​ແຕ່​ປີ 2014. ມາ​ຮອດ​ປະ​ຈຸ​ບັນ, ມີ​ນາຍ​ທະ​ຫານ 12 ເທື່ອ​ຄົນ​ຂອງ​ຫວຽດ​ນາມ ໄດ້​​ຮັບ​ການ​ແຕ່ງ​ຕັ້ງ​ໄປ​ເຮັດ​ວຽກ​ຢູ່ຄະ​ນະ​ປະ​ຕິ​ບັດ​ງານ​ສະ​ຫະ​ປະ​ຊາ​ຊາດຢູ່ ​ຊູ​ດັງ​ໃຕ້ ແລະ ສ.ອາ​ຟະ​ລິ​ກາ​ກາງ. ໃນ​ນັ້ນ, ບັນ​ດາ​ນາຍ​ທະ​ຫານ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່ ແລະ ລ້ວ​ນ​ແຕ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຈາກ​ສະ​ຫະ​ປະ​ຊາ​ຊາດ.

        ຊຸດ​ຝຶກ​ອົບ​ຮົມ​ໃຫ້​ຄູ​ອາ​ຈານ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ນີ້ ໄດ້​ປະ​ກອບ​ສ່ວນຍ​ົກ​ສ​ູງ​ກຳ​ລັງ​ຝຶກ​ອົບ​ຮົມ​ດ້ານ​ວິ​ຊາ​ການ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊ​າດ ເພື່ອ​ກ້າວ​ໄປ​ເຖິງ​ຄາດ​ໝ​າຍ​ເຊິ່ງ​ຫວຽດ​ນາມ ໄດ້​ວາງ​ອອກ ແມ່ນ​ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ​ເພື່ອ​ຈັດ​ຕັ້ງ​ບັນ​ດາ​ຊຸດ​ຝຶກ​ອົບ​ຮົມ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ