ຫວຽດນາມຍາດໄດ້ 2 ຫຼຽນຄຳຢູ່ Asian Para Games 2014


 ຫວຽດນາມຍາດໄດ້ 2 ຫຼຽນຄຳຢູ່  Asian Para Games 2014 - ảnh 1

(ພາບ: tinthethao.com.vn )

 (vovworld)- ​ ​ວັນ​ທີ 19/10, ​ແມ່ນ​ວັນ​ແຂ່ງຂັນ​ທຳ​ອິດ​ທີ່​ງານ​ມະຫາ​ກຳ​ກິລາຄົນ​ ​ພິການ​ອາຊີ​ປີ 2014 (Asian Para Games 2014). ຄະນະ​ນັກ​ກິລາ​ພິການ​ຫວຽດນາມ ທຳ​ການ​ແຂ່ງຂັນ​ສຳ​ເລັດ​ເຜົນ ​ແລະ ຄ້ວາ​ໄດ້ 2 ຫຼຽນ​ຄຳ, 4 ຫຼຽນ​​ເງິນ ​ແລະ 1 ຫຼຽນ​ທອງ, ຢືນອັນ​ດັບ​ທີ 7 ​ໃນ​ຕາຕະລາງຈັດ​ອັນດັບ​ຫຼຽນ​ໂດຍ​ຊົ່ວຄາວ. ຫຼຽນ​ຄຳ​ທຳ​ອິດ​ແມ່ນ​ຂອງ​ນັກ​ກິລາ​ຍົກ​ນ້ຳໜັກ ​ເລ​ວັນ​ກົງ ດ້ວຍ​ລະດັບ​​ນ້ຳໜັກສູງ​ສຸດ​ແມ່ນ 181,5 ກີ​ໂລກຼາມ. ດ້ວຍ​ຜົນງານ​ດັ່ງກ່າວ, ​ເລ​ວັນກົງ ​ໄດ້ສ້າງ​ສະຖິຕິ​ໂລກ​ໃໝ່ ​ໃນ​ລະດັບ 49 ກີ​ໂລກຼາມ ​ສຳລັບ​ກິລາ​ປະ​ເພດ​ຍົກ​ນ້ຳໜັກ​ເພດ​ຊາຍ​ຂອງ​ຄົນ​ພິການ. ຄາດໝາຍ​ໂດຍ ຄະນະ​ນັກ​ກິລາ​ພິການ​ຫວຽດນາມ ວາງ​ອອກ​​ໃນ Asian Para Games 2014 ແມ່ນ​ຍາດ​ໄດ້​ແຕ່ 6-7 ຫຼຽນ​ຄຳ./.

ຂ່າວ/ບົດ​ອື່ນ