ຫວຽດນາມຍາດໄດ້ລາງວັນເງິນໃນການເສັງເລື່ອງພາບສາກົນຢູ່ຍີ່ປຸ່ນ

ຫວຽດນາມຍາດໄດ້ລາງວັນເງິນໃນການເສັງເລື່ອງພາບສາກົນຢູ່ຍີ່ປຸ່ນ - ảnh 1
ນັກ​ແຕ່ງ​ເລື່ອງ​ພາບ ການ​ຕ໋ຽວ​ຮີ

(vovworld) – ​ ​​ຕອນ​ຄ່ຳ​ວັນ​ທີ 6/2, ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ​ເລື່ອ​ງ​ພາບ​ສາ​ກົນ (The Japan International Manga Award) ຄັ້ງ​ທີ 10. ນັກ​ແຕ່ງ​ເລື່ອງ​ພາບ​ດ້ວຍ​ນາມ​ປາກ​ກາ​ວ່າ ການ​ຕ໋ຽວ​ຮີ (ຊື່​ແທ້​ວ່າ: ຟານ​ກາວ​ຮ່າ​ມີ, ເກີ​ດ​ປີ 1990) ທີ່​ມາ​ຈາກ ຫວຽດ​ນາມ ຍາດ​ໄດ້​ລາງວັນ​ເງິນ​ຂອງ​ການ​ເສັງ​ນີ້ ດ້ວຍ​ເລື່ອງ​ພາບ “ປະ​ຕູນາ​ລົກ”. ນີ້​ແມ່ນ​ເລື່ອງ​ພາບ​ເລື່ອງ​ທີ 2 ຂອງ ຫວຽດ​ນາມ ​ທີ່ຍາດ​ໄດ້​ລ​າງວັນ​ໃນ​ການ​ເສັງ​ດັ່ງ​ກ່າວ.

        ການ​ເສັງ​ເລື່ອງ​ພາບ​ໂລກ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ຈັດ​ຕັ້ງ​ປະ​ຈຳ​ປີ​ນັບ​ແຕ່​ປີ 2007 ເປັນ​ຕົ້ນ​ໄປ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເສັງ​ລະ​ດັບ​ສາ​ກົນ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ທີ່​ສຸດ ໄດ້​ດຶງ​ດູດ​ເລື່ອ​ງ​ພາບ​ນັບ​ພັນ​ເລື່ອງ​ຂອງ​ບັນ​ດາ​​ນັກ​ແຕ່ງ​​ເລື່ອງໃນ​ທົ່ວ​ໂລກ​ເຂົ້າ​ຮ່ວມ. ​ໃນການ​ເສັງ​ປີນີ້​ມີເລື່ອງ​ພາບ 296 ເລື່ອງ​ຂອງ​ນັກ​ແຕ່ງທີ່​ມາ​ຈາກ 55 ປະ​ເທດ, ເຂດ​ແຄ້ວນ. ການ​ເສັງ​ມ​ີ 14 ເລື່ອງ​ຍາດ​ໄດ້​ລາງວັນ, ໃນ​ນັ້ນ​ມີ​ລາງວັນ​ຄຳ 1 ລາງວັນ, ລາງວັນ​ເງິນ 3 ລາງວັນ, ລາງວັນ​ທອງ 10 ລາງວັນ.


ຂ່າວ/ບົດ​ອື່ນ