ຫວຽດນາມຍາມໃດກໍ່ຮັບປະກັນສິດໃຫ້ຄົນພິການ

ຫວຽດນາມຍາມໃດກໍ່ຮັບປະກັນສິດໃຫ້ຄົນພິການ - ảnh 1
ພາບປະກອບ

(​vovworld) – ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ ວັນ​ຄົນ​ພິການ ຫວຽດນາມ (ວັນ​ທີ 18/4), ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ເຂົ້າ​ຮ່ວມ​ລາຍການ​ຍ່າງ “ຮ່ວມ​ເດີນທາງ​ເພື່ອ​ຄວາມ​ຮັກ​ແພງ - ຝາກຝັງ​ຄວາມ​ຫວັງ”, ຖືກ​ຈັດ​ຕັ້ງ​ໃນຕອນ​ເຊົ້າ​ວັນ​ທີ 6/4, ຢູ່​ນະຄອນ ​ໂຮ່ຈີ​ມິນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ: ພັກ, ລັດ ຍາມ​ໃດ​ກໍ່​ໃຫ້ບຸລິມະສິດ, ​ເອົາ​ໃຈ​ໃສ່​ແຫຼ່ງກຳລັງ ​ແລະ ປະຕິບັດ​ຫຼາຍ​​ແຜນນະ​ໂຍບາຍ, ນະ​ໂຍບາຍ​ຊ່ວຍ​ເຫຼືອ​ສັງຄົມ, ຮັບປະກັນ​ສິດ​ໃຫ້​ຄົນ​ພິການ ​ແລະ ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ຄົນ​ພິການ​ເຂົ້າ​ໃນ​ຊີວິດ​ສັງຄົມ ​ແລະ ພັດທະນາ​ເສດຖະກິດ. ທ່ານ​ນາຍົກລັດຖະມົນຕີ​ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກ​ວ່າ:

    “​ເພື່ອ​ປຸກລະດົມ, ​ແບ່ງປັນ ​ແລະ ຊ່ວຍ​ເຫຼືອ​​ໃຫ້ຄົນ​ພິການ​ຢ່າງ​ແທດ​ຈິງ, ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​ສືບ​ຕໍ່​ປະຕິບັດ​ສຳ​ເລັດ​ລະບົບ​ນະ​ໂຍບາຍກ່ຽວ​ກັບ​ຄົນ​ພິການ. ຄົ້ນ​ຄ້ວາ, ປັບປຸງ, ​ເພີ່ມ​ເຕີມ​ບັນດາຂໍ້​ກຳນົດ​ບໍ່​ເໝາະ​ສົມ​ທີ່​ກ່ຽວຂ້ອງ​ເຖິງ​ຄົນ​ພິການ. ມີ​ແຜນ​ນະ​ໂຍບາຍ​ທີ່​ມີ​ປະສິດທິ​ຜົນ​ສົ່ງ​ເສີມ​ຄົນ​ພິການ​​ເຂົ້າ​ຮ່ວມ​ຕະຫຼາ​ດ​ແຮງ​ງານ​ຫຼາຍ​ກ່ວາ​ອີກ. ປະຕິບັດ​ຄົບ​ຖ້ວນ, ​ເຂັ້ມ​ງວດ​ກົດໝາຍ​ວ່າ​ດ້ວຍ​ຄົນ​ພິການ, ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້ຄົນ​ພິການ​ມີ​ວຽກ​ເຮັດ​ງານ​ທຳ ​ແລະ ​​​ເຊື່ອມ​ຕົວເຂົ້າ​ກັບ​ປະຊາ​ຄົມ.​.​.”

    ທີ່​ລາຍການ, ບັນດາ​ນັກ​ອຸປະຖຳ ​ແລະ ບັນດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ​ໃນ​ທົ່ວ​ປະ​ເທດ​ໄດ້​ສະໜັບ​ສະ​ໜູນ​ຊ່ວຍ​ເຫຼືອ​ເປັນຈຳນວນ​ເງິນ​ກ່ວາ 10 ຕື້​ດົ່ງ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ພິການ ​ແລະ ​ເດັກ​ກຳພ້າ.


ຂ່າວ/ບົດ​ອື່ນ