ຫວຽດນາມຕັ້ງໜ້າປະກອບຄຳເຫັນຢູ່ສະພາສິດທິມະນຸດສປຊ

ຫວຽດນາມຕັ້ງໜ້າປະກອບຄຳເຫັນຢູ່ສະພາສິດທິມະນຸດສປຊ - ảnh 1
ກອງປະຊຸມສະພາ​ສິດ​ທິມະນຸດ ສປຊ ຊຸດ​ທີ 26
(ພາບ: TTXVN)

(vovworld) – ​ແຕ່​ວັນ​ທີ 11 – 13/6/2014, ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ສະພາ​ສິດ​ທິມະນຸດ ສປຊ ຊຸດ​ທີ 26 ​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ສິດ​ພົນລະ​ເມືອງ, ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ ​ແລະ ພັດທະນາ. ຄະນະ​ຜູ້​ແທນ ຫວຽດນາມ ຕັ້ງໜ້າ​​ເຂົ້າ​ຮ່ວມບັນດາ​ວາລະ​ປຶກ​ສາ​ຫາລື. ບົດ​ກ່າວ​ຄຳ​ເຫັນ​ຂອງ ຫວຽດນາມ ຢັ້ງຢືນ​ແຜນ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ລັດ ຫວຽດນາມ ​ໃນ​ການ​ປົກ​ປ້ອງ ​ແລະ ຊຸກຍູ້​ສິດທິ​ມະນຸດ, ພິ​ເສດ​ແມ່ນ​ຊີ້​ແຈ້ງ​ບັນດາ​ຄວາມ​ກ້າວໜ້າ​ທີ່ ຫວຽດນາມ ບັນລຸ​ໄດ້​ໃນ​ການ​ສ້າງ​ລະບອບ​ກົດໝາຍ, ການຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ, ຍຸດ​ທະ​ສາດ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ສິດ​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ບັນດາ​ກຸ່ມ​ຕ້ອງ​ໄດ້​ຮັບ​ການປົກ​ປ້ອງ​ຄື: ​ແມ່ຍິງ, ​ເດັກນ້ອຍ - ຜູ້​ປະສົບ​ເຄາະ​ຮ້າຍ​ຈາກການ​ຄ້າມະນຸດ. ຄະນະ​ຜູ້​ແທນ ຫວຽດນາມ ຢືນຢັນ​ຄືນ​ໃໝ່​ຄວາມ​ຕັດສິນ​ໃຈ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​​ຂອງ​ຕົນຢ່າງ​ຄົບ​ຖ້ວນ ​ແລະ ​ເຂັ້ມ​ງວດ​ດ້ວຍ​ຖານະ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ, ພ້ອມ​ທັງ​ກໍ່​ສະ​ເໜີ​ຫຼາຍ​ຄຳ​ເຫັນກ່ຽວ​ກັບ​ມາດ​ຕະການ​ປົກ​ປ້ອງ ​ແລະ ຊຸກຍູ້​ສິດ​ທິມະນຸດ.

    ​ໃນ​ອາທິດ​ເຮັດ​ວຽກ​ຕໍ່​ໄປ, ​ແຕ່​ວັນ​ທີ 16 – 20/6/2014, ສະພາ​ສິດທິ​ມະນຸດ​ຊຸດ​ທີ​ທີ 26 ຈະ​ສືບ​ຕໍ່​ປຶກສາ​ຫາລື​ດ້ວຍ​ຈຸດ​ສຸ​ມ​ແມ່ນ​ບັນຫາ​ກ່ຽວຂ້ອງ​ເຖິງ​ແມ່ຍິງ, ​ເດັກນ້ອຍ, ຄົນ​ພິການ ​ແລະ ສິດ​ສຶກສາ. ສະພາ​ກໍ່​ຈະ​ປຶກສາ​ຫາລື​ສະພາບ​ສິດທິ​ມະນຸດ​ຢູ່​ບາງ​ປະ​ເທດ​ຄື: ​ເບ​ລາຣຸດ, ຊີຣີ ​ແລະ ສປປ ​ເກົາຫຼີ.



ຂ່າວ/ບົດ​ອື່ນ