ຫວຽດນາມຕັ້ງໜ້າເຂົ້າຮ່ວມກອງປະຊຸມສະໄໝສາມັນຄັ້ງທີ 38 ສະພາສິດທິມະນຸດແຫ່ງ ສ.ປ.ຊ

(VOVWORLD) -ໃນວັນທີ 5 ແລະ 6 ກໍລະກົດ, ຢູ່ເຊີແນວປະເທດສະວິດ, ສະພາສິດທິມະນຸດແຫ່ງ ສ.ປ.ຊ ໄດ້ດຳເນີນການປຶກສາຫາລືວາລະສຸດທ້າຍກ່ຽວກັບການຮັບຮອງເອົາມະຕິ 20 ສະບັບ, ໃນນັ້ນ ມີມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດໂດຍຫວຽດນາມຮຽບຮຽງ ຊຶ່ງໄດ້ຮັບການຮັບຮອງດ້ວຍເຫັນດີຢ່າງສູງ
ຫວຽດນາມຕັ້ງໜ້າເຂົ້າຮ່ວມກອງປະຊຸມສະໄໝສາມັນຄັ້ງທີ 38 ສະພາສິດທິມະນຸດແຫ່ງ ສ.ປ.ຊ - ảnh 1 ທ່ານ ເອກອັກຄະລັດຖະທູດຫວຽດນາມ ເຢືອງຈີ້ຢຸງ

   ກ່າວຄຳເຫັນແນະນຳມະຕິດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດຫວຽດນາມ ເຢືອງຈີ້ຢຸງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ , ອົງການການຄ້າໂລກ ແລະ ອົງການຈັດຕັ້ງອື່ນໆຢູ່ເຊີແນວ ເນັ້ນໜັກວ່າ : ການປ່ຽນແປງຂອງດິນຟ້າອາກາດແມ່ນໄພນາບຂູ່ ແລະ ແມ່ນຄວາມສົນໃຈຮ່ວມຂອງວົງຄະນະຍາດສາກົນ, ຄວນຍູ້ແຮງການຮ່ວມມືສາກົນກ່ຽວກັບການຊ່ວຍໜູນການເງິນ, ຖ່າຍທອດເຕັກໂນໂລຊີ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາປະເທດພວມພັດທະນາເພື່ອຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ສິດທິມະນຸດ.

     ຄະນະຜູ້ແທນຫວຽດນາມ ຍັງຕັ້ງໜ້າປະກອບສ່ວນເຂົ້າໃນການປຶກສາຫາລືຢູ່ກອງປະຊຸມສະໄໝສາມັນຄັ້ງທີ 38 ສະພາສິດທິມະນຸດແຫ່ງ ສ.ປ.ຊ ແລະ ບັນດາວາລະການເຈລະຈາເພື່ອຮຽບຮຽງຮ່າງມະຕິ. 

ຕອບກັບ

ຂ່າວ/ບົດ​ອື່ນ