ຫວຽດນາມຕີລາຄາສູງແຫຼ່ງທຶນ ODA ຂອງຍີປຸ່ນໃນການພັດທະນາເສດຖະກິດສັງຄົມ

(VOVWORLD) -ຫວຽດນາມຕີລາຄາສູງແຫຼ່ງທຶນ ODA ຂອງຍີປຸ່ນໃນການພັດທະນາເສດຖະກິດສັງຄົມ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ເມື່ອວັນທີ 30 ມັງກອນ ທີ່ການຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກິດຈະການກະຊວງການຕ່າງປະເທດຍີປຸ່ນ Kazuyuki Nakane ເຂົ້າຢ້ຽມຄຳນັບ
ຫວຽດນາມຕີລາຄາສູງແຫຼ່ງທຶນ ODA ຂອງຍີປຸ່ນໃນການພັດທະນາເສດຖະກິດສັງຄົມ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ແລະ  ທ່ານລັດຖະມົນຕີຮັບຜິດຊອບກິດຈະກຳກະຊວງການຕ່າງປະເທດຍີປຸ່ນ Kazuyuki Nakane

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ເນັ້ນໜັກວ່າ ປີ 2018 ແມ່ນປີທີ່2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບີງມິນ ສະເໜີ 2 ປະເທດສືບຕໍ່ຊຸກຍູ້ການຢ້ຽມຢາມຂອງການນຳຂັ້ນສູງ, ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ….

     ສ່ວນ ທ່ານລັດຖະມົນຕີຮັບຜິດຊອບກິດຈະກຳກະຊວງການຕ່າງປະເທດຍີປຸ່ນ Kazuyuki Nakane ເນັ້ນໜັກເຖິງການພັດທະນາເສດຖະກິດ ແລະ ການປະຕິຮູບດ້ານການບໍລິຫານ, ໃນນັ້ນມີການກໍ່ສ້າງພື້ນຖານໂຄງລ່າງຄຸນນະພາບສູງ, ຊຸກຍູ້ການເຈລະຈາເພື່ອລົງນາມໃນສັນຍາໜູນຊ່ວຍດ້ານຍຸດຕິທຳໃນຄະດີອາຍາ ແລະ ສັນຍາສົ່ງຜູ້ຕ້ອງໂທດ.

ຕອບກັບ

ຂ່າວ/ບົດ​ອື່ນ