ຫວຽດນາມຕອບສະ ໜອງ“ວັນບຸນບັນດາ ນັກອາສາສະໝັກ ສາກົນ“ ປີ 2014


ຫວຽດນາມຕອບສະ ໜອງ“ວັນບຸນບັນດາ ນັກອາສາສະໝັກ ສາກົນ“ ປີ 2014 - ảnh 1

ບໍລິຈາກ​ເລືອດ​ທີ່​ວັນ​ບຸນ

(ພາບ: baomoi.com)

(vovworld)-ວັນ​ທີ 7/12, ຢູ່​ນະຄອນ​ໂຮ່ຈິ​ມິນ, ນັກ​ອາສາ​ສະໝັກ​ກ່ວາ 700 ຄົນ​ໄດ້​ເຂົ້າຮ່ວມ “ວັນບຸນບັນດານັກອາສາສະໝັກສາກົນ“ ຄັ້ງທີ 2 ​ໂດຍສະຫະພັນ​ຊາວ​ໜຸ່ມ​ນະຄອນ​ຈັດຕັ້ງຂຶ້ນ. ວັນ​ບຸນ​ປີ​ນີ້​ໄດ້​ເປີດ​ກ້ວາງ​ດ້ານ​ຂອບ​ຂະໜາດ ​ແລະ ​ເປົ້າໝາຍ​ຊ່ວຍ​ເຫຼືອ, ຖືກ​ດຳ​ເນີນ​ໄປ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​​ໂດຍ​ສະໝັກ​ໃຈ​ຢ່າງ​ອຸດົມສົມບູນ​ຄື: ຈັດການ​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ, ​​ເບິ່ງ​ແຍງ​ດູ​ແລ​ຄົນ​ເຈັບ​ຢູ່​ໂຮງໝໍ ​ແລະ ​ເດັກນ້ອຍ, ຜູ້​ເຖົ້າ​ແກ່​ຢູ່​ຮາກ​ຖານ​ອຸປະກາລະ​ສັງຄົມ​ຕ່າງໆ…​ທີ່​ວັນບຸນ, ບັນດາ​ນັກ​ອາສາ​ສະໝັກ​ບໍລິຈາກ​ເລືອດໄດ້​ 200 ຖົງ. ​ເພື່ອນ​ຟານ​ທິຮ່າ ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຮງ​ງານ​ສັງຄົມ ຢູ່​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

  “ມື້ນີ້ແມ່ນວັນມີຄວາມໝາຍທີ່ສຸດສຳລັບບັນດານັກອາສາສະໝັກເຂົ້າຮ່ວມລາຍການນີ້. ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດເມື່ອໄດ້ປະກອບສ່ວນກຳລັງແຮງຂອງຕົນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ, ພວກເດັກນ້ອຍແລະ ບັນດາເປົ້າໝາຍຕ້ອງການການຊ່ວຍເຫຼືອ. ພວກເຮົາຈົ່ງພ້ອມກັນຊ່ວຍເຫຼືອເດັກນ້ອຍແລະ ຜູ້ປະສົບກັບຄວາມຫຍຸ້ງຍາກເພື່ອໃຫ້ເຂົເຈົ້າມີຊີວິດໃນອະນາຄົດຢ່າງສົດໃສກ່ວາ“./.

ຂ່າວ/ບົດ​ອື່ນ