ຫວຽດນາມ​ຖື​ເປັນ​ສຳຄັນການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ແດນ​ມາກ

ຫວຽດນາມ​ຖື​ເປັນ​ສຳຄັນການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ແດນ​ມາກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ຕ້ອນຮັບ​ທ່ານ​ນາງ Charlotte Laursen


(vovworld) - ຕອນ​ບ່າຍ​ວັນ​ທີ 05/09, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ທ່ານ​ນາງ Charlotte Laursen ​ເອກ​ອັກຄະ​ລັດ​ຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງລາຊະ​ອານາຈັກ ​ແດນ​ມາກ ປະຈຳ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ອວຍພອນ​ທ່ານ​ນາງ Charlotte Laursen ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ເອກ​ອັກຄະ​ລັດຖະທູດ ​ແດນ​ມາກ ປະຈຳ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ ​ແດນ​ມາກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຊື່ອ​ໝັ້ນ​ວ່າ ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພາບ ​ເອີ​ລົບ (ອີ​ຢູ) ໃກ້ຈະໄດ້ຮັບການລົງນາມຢ່າງ​ເປັນ​ທາງ​ການນັ້ນ ຈະ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ໃໝ່​ຫລາຍຢ່າງ​ໃຫ້​ປະຊາ​ຄົ​ມວິ​ສາ​ຫະກິດ 2 ປະ​ເທດ. ທ່ານ​ນາ​ຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາ​ດຖະໜາ​ວ່າ ​ແດນ​ມາກ ສືບ​ຕໍ່​ໜູນ​ຊ່ວຍ ODA ​ໃຫ້ ຫວຽດນາມ​ ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ, ພ້ອມ​ທັງ​ສົ່ງ​ເສີມ​ວິ​ສາ​ຫະກິດ ​ແດນ​ມາກ ດ້ວຍ​ທ່າ​ແຮງ ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ​ຈະ​ລົງທຶນ​ເຂົ້າ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຫາ​ກໍ່​ບັນລຸ​ໄດ້​ກ່ວາ 534 ລ້ານ USD ປີ 2015 ​ແມ່ນ​ຍັງ​ບໍ່​ທັນເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ເທື່ອ, ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ 2 ຝ່າຍຈະ​ຊຸກຍູ້​ການ​ຮ່ວມ​ມື ​ເພື່ອ​ນຳ​ຕົວ​ເລກ​ດັ່ງ​ກ່າວ​ຂຶ້ນ​ທົບ​ສອງ​ເທົ່າ.

        ສ່ວນ​ທ່ານ​ນາງ Charlotte Laursen ​ໃຫ້​ຮູ້​ວ່າ: ​ໃນ​ເດືອນ 10 ຈະ​ມາ​ເຖິງ, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແດນ​ມາກ ອາດ​ຈະມາ​ຢ້ຽມຢາມ ຫວຽດນາມ ​​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ຂົງ​ເຂ​ດການ​ຄ້າ. ​ໃນ​ຖາ​ນະ​ຕຳ​ແໜ່​ງເປັນ​ເອກ​ອັກຄະ​ລັດຖະທູດ ທ່ານ​ນາງ Charlotte Laursen ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ປະກອບສ່ວນ​ເຂົ້າ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ