ຫວຽດນາມຖືເປັນສຳຄັນການພົວພັນຮ່ວມມືຮອບດ້ານກັບອາເມລິກາ

ຫວຽດນາມຖືເປັນສຳຄັນການພົວພັນຮ່ວມມືຮອບດ້ານກັບອາເມລິກາ - ảnh 1
(ຫວຽດ​ນາມ​ຖື​​ເປັນ​ສຳ​ຄັນການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​​ກັບ​ອາ​ເມ​ລິ​ກາ)

(vovworld) - ຫວຽດ​ນາມ​ ຖື​​ເປັນ​ສຳ​ຄັນການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​​ກັບ​ອາ​ເມ​ລິ​ກາ, ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ, ທີ່​ການ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry  ໃນ​ວັນ​ທີ 30/03. ທີ່​ການ​ເຈ​ລະ​ຈາ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່ເພີ່ມ​ທ​ະ​ວີ​ການ​ພົ​ວ​ພັ​ນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກະ​ກຽ​ມ​ໃຫ້​ແກ່​ການ​​ມາຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຢືນ​ຢັນ​ວ່າ, ການ​ນຳ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ​ຊົມ​ເຊີຍ​ແກ່​ການ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama. ບົນ​ຈິດ​ໃຈ​ນັ້ນ, 2 ຝ່າຍ​ຄວນ​ຕັ້ງ​ໜ້າ​​ກະ​ກຽ​ມ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ເພື່ອ​ສາ​ມາດ​ບັນ​ລຸ​ໄດ້​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ອຽດ, ແທດ​ຈິງ​ໃນ​ການ​ຢ້ຽມ​ຢາມ. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ຢືນ​ຢັນ​ວ່າ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ພ​ວມ​ລ​ໍ​ຖ້າ​ການ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ ແລະ ປາດ​ຖະ​ໜາ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື ເພື່ອ​​ແນ​ໃສ່ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບດ​້ານ​ລະ​ຫວ່າງ 2 ປະ​ເທດ​ໃນ​ບັນ​ດາ​ບັນ​ຫາ​ຍຸດ​ທະສາດ, ໂ​ດຍ​ສະ​ເພາະ​ແມ່ນ​ດ້ານ​ເສດ​ຖະ​ກິດ - ກາ​ນ​ຄ​້າ, ການ​ລົງ​ທຶນ, ສຶກ​ສາ… ​ໃຫ້​ເລິກ​ເຊິ່ງກວ່າ​ອີກ. ທ່ານ​ກໍ​ຢືນ​ຢັນ​ວ່າ, ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​​ໜູນ​ຊ່ວຍ​ຫວຽດ​ນາມ ແກ້​ໄຂ​ຜົນ​ຮ້າຍ​ຢ້ອງ​ຫຼັງ​ຈາກ​ສົງ​ຄາມ, ພິ​ເສດ​ແມ່ນ​ເລື່ອງ​ລ້າງ​ສານ​ຜິດ​ຢູ່​ບັນ​ດາ​ເຂດທີ່​ມີ​ທາດ​​ພິດ​ສີ​ສົ້ມ/ດີ​ໂອ​ຊິນ. ທ່ານ John Kerry ກໍ​ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ການ​ເດີນ​ທະ​ເລ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ອາ​ເມ​ລິ​ກາ ຈະ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​​ຄວາ​ມ​ສາ​ມາດປະ​ຕິ​ບັດ​ກົດ​ໝາຍ, ກຳ​ລັງ​ຕຳ​ຫຼວດ​ທະ​ເລ. ທ່ານ John Kerry ຍັງ​ໃຫ້​ຮູ້​ຕື່ມ​ອີກວ່າ, ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ Barack Obama ໄ​ດ້​ຕີ​ລາ​ຄາ​ສູງ​​ເປັນ​ພິ​ເສດບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ​ພ້ອມກັບ​ບັນ​ດາ​ປະ​ເທດ​​ຕ່າງໆ​ຈະສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​​ຄູ່​ຮ່ວມ​ມືຂ້າມ​ປາ​ຊີ​ຟິກ (TPP) ແລະ​ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ມາ​ນະ​ພະ​ຍາ​ຍາມ​ຂົນ​ຂວາຍ​ເພື່​ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ TPP ໃນ​ປີ 2016.

        ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕ​ີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ກໍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ພື້​ນ ແລະ ສາ​ກົນ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ຝ່າຍ​ອາ​ເມ​ລິ​ກາ ຢືນ​ຢັນ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພ​ະ​ຍາ​ຍາມ​ເພື່ອ​ຮັບ​ປະ​ກັນ​​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງກັນ​ຜ່ານ​ວິ​ວັດ​​ທ​ະ​ນາການ​ດ້ານ​ນີ​ຕິ​ກຳ ແລະ ​ດ​້ວຍບັນ​ດາ​ມາດ​ຕະ​ການ​ສັນ​ຕິ​ພາບ, ບົນ​ພື້ນ​ຖານ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982 ແລະ ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ປອດ​ການ​ທະ​ຫານ ແລະ ບໍ່​ດຳ​ເນີນ​ການບ​ູລະ​ນະ​ບັນ​ດາ​ເກາະ​ຫີນ, ສະ​ໜັບ​ສະ​ໜູນ​ການ​ສ້າງ​ບັນ​ດາ​ໂຄງ​ປະ​ກອບ​ຮ່ວມ​ສ​ຳ​ພັນ​ໃນ​ພາກ​ພື້ນ​, ໃນ​ນັ້ນ​​ອາ​ຊຽນ ສວນ​ບົດ​ບາດ​ເປັນ​ໃຈ​ກາງ.

ຂ່າວ/ບົດ​ອື່ນ