ຫວຽດນາມຖືເປັນສຳຄັນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ

ຫວຽດນາມຖືເປັນສຳຄັນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ຟ້າມກວາງວິງ
ຢ້ຽມ​ຢາມ ແລະ​ ເຮັດ​ວ​ຽກ​ຢູ່​ວິ​ທະ​ຍາ​ຄານ​ການ​ທະ​ຫານ​ອາ​ເມ​ລິ​ກາ 
(ພ​າບ: vietnam.vnanet.vn)

(vovworld) - ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ຟ້າມກວາງວິງ ໄດ້​ມີ​ການ​ຢ້ຽມ​ຢາມ ແລະ​ ເຮັດ​ວ​ຽກ​ຢູ່​ວິ​ທະ​ຍາ​ຄານ​ການ​ທະ​ຫານ​ອາ​ເມ​ລິ​ກາ ຢູ່ West Point, ນະ​ຄອນ​ນິວ​ຢອກ, ຕາມ​ຄຳ​ເຊີນ​ຂອງວິ​ທະ​ຍາ​ຄານ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ. ຢູ່​ທີ່ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ ຟ້າມກວາງວິງ ໄດ້​ມີ​ບັນ​ດາ​ການ​ພົບ​ປະ​ກັບ​ຫົວ​ໜ້າ​ ວິ​ທະ​ຍາ​ຄານ​, ພົນ​ໂທ Robert Caslen ແລະ ບັນ​ດາ​ເຈ​ົ້າ​ໜ້າ​ທີ່​ຂອງ​ໂຮງ​ຮຽນ, ພ້ອມ​ທັບ​ກ່າວ​ປາ​ໄສ​ກັບ​ບັນ​ດາ​ຄູ​ອາ​ຈານ, ນັກ​ຮຽນ​ພະ​ແນກ​ພົວ​ພັນ​ສາ​ກົນ ແລະ ພະ​ແນກ​ສັງ​ຄົມ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ພື້ນ ແລະ ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ອາ​ເມ​ລິ​ກາ. ທີ່​ບັນ​ດາ​ການ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວິງ ໄດ້​ຕີ​ລາ​ຄາ​ສ​ູງ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບ​ດ້ານ​​ດ້ວຍ​ບັນ​ດາ​ຫຼ​ັກ​ການ​ພົວ​ພັນ​ສະ​ເໝີ​ພາບ, ຕ່​າງ​ຝ​່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ເ​ຄົາ​ລົບ​ ລະ​ບອບ​ການ​ເມືອງຂອງ​ກັນ, ພ້ອມ​ກັບ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ເຊິ່ງ 2 ປະ​ເທດ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ມໍ່ໆ​ມານີ້​ໃນ​ຫຼາຍ​ຂົງ​ເຂດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໃຫ້​ຮູ້​ວ່າ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ຈ​ະ​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ໃໝ່​​ຂອງອາ​ເມ​ລິ​ກາ ຊຸກ​ຍູ້​ການ​ພົ​ວ​ພັນ​ຄ່​ູ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ບັນ​ລຸ​ປະ​ສິດ​ທິ​ຜົນ, ​ມີສະ​ຖຽນ​ລະ​ພາບຍາວ​ນານ ແລະ ນັບ​ມື້​ນັບ​ພັດ​ທະ​ນາອັນ​ດີ​ງາມ​ຍິ່ງໆ​ຂຶ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ