ຫວຽດນາມຖືເປັນສຳຄັນແລະສະໜັບສະໜູນບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງສປຊ

ຫວຽດນາມຖືເປັນສຳຄັນແລະສະໜັບສະໜູນບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງສປຊ - ảnh 1
(ພາບປະກອບ)

(vovworld) – ​​ໃນ​ລະຫວ່າງ​ວັນ​ທີ 30/10 – 4/11, ທີ່ສຳນັກງານ​ສະຫະ​ປະຊາ​ຊາດຢູ່ ນິວຢອກ ປະ​ເທດ ອາ​ເມ​ລິ​ກາ, ຄະນະ​ກຳມາທິການ​ບັນດາ​ບັນ​ຫາ​ການ​ເມືອງ​ພິ​ເສດ ​ແລະ ລົບ​ລ້າງ​ລະ​ບອບ​ລ່າ​ເມືອງ​ຂຶ້ນ, ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດຊຸດທີ 70, ​ໄດ້​ດຳ​ເນີນ​ກອງປະຊຸມ​ຄົບ​ຄະນະ​ປຶກສາ​ຫາລື​ຫົວ​ເລື່ອງ “ສຳ​ຫລວດ​ກວດຄືນ​ຮອບດ້ານ​ບັນດາ​ການ​ເຄື່ອນ​ໄຫວຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ” ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື, ທ່ານ​ນາງ​ເອກ​ອັກຄະ​ລັກ​ຖະທູດ ຫງວຽນທິ​ເຟືອງ​ງາ ຫົ​ວໜ້າ​ຄະນະ​ຜູ້​ຕ່າງ​ໜ້າ ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ສະໜັບສະໜູນ​ບັນດາ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ ສະຫະ​ປະຊາ​ຊາດ ​ແລະ ​ໄດ້​ປະກອບສ່ວນ​ຕັ້ງໜ້າ​ໃຫ້ການ​ເຄື່ອນ​ໄຫວ​ນີ້. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ຄືນ​ວ່າ: ຫວຽດນາມ ພວມ​ຕັ້ງໜ້າ​ກະກຽມ ​ເພື່ອຈັດ​ສົ່ງ​ກຳລັງ​ແພດ​ໝໍ 2 ​ແລະ ກົມ​ກອງທະຫານ​ຊ່າງ​ແສງ, ພ້ອມ​ກັນ​ນັ້ນ ຈະ​ສືບ​ຕໍ່​ສົ່ງ​ບັນດາ​ນາຍ​ທະຫານ​ຕິດ​ຕໍ່ສື່ສາ​ນ, ນາຍ​ທະຫານ​ເສນາ​ທິການ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ.

 

 

ຂ່າວ/ບົດ​ອື່ນ