ຫວຽດນາມນອນໃນ Top 10ປະເທດທີ່ມີລະດັບການຫຼຸດຜ່ອນອັດຕາການເກີດຄວາມທຸກຍາກສູງທີ່ສຸດໃນທະວີບອາຊີ

(VOVWORLD) -ວັນທີ 24 ກັນຍາ, ທີ່ນະຄອນຫຼວງປັກກິ່ງ, ກອງປະຊຸມເວທີປາໄສອາຊີ ປົວງາວໄດ້ປະກາດ “ ບົດລາຍງານການຫຼຸດຜ່ອນຄວາມທຸກຍາກໃນອາຊີ ປະຈຳປີ 2019 ”, ເຊິ່ງເປັນຄັ້ງທຳອິດທີ່ໄດ້ເຕື້ອງເຖິງສະພາບການຕົວຈິງຂອງການຫຼຸດຜ່ອນຄວາມທຸກຍາກ ຢູ່ບັນດາປະເທດອາຊີຢ່າງຮອບດ້ານພໍສົມຄວນ.

 ຕາມການຕີລາຄາຂອງບົດລາຍງານແລ້ວ, ໃນຂະບວນວິວັດແຫ່ງການປະຕິບັດ ເປົ້າໝາຍພັດທະນາ ສະຫັດສະວັດ ໄລຍະປີ 1990-2015, ບັນດາປະເທດອາຊີ ປະຕິບັດໄດ້ຕາມເປົ້າໝາຍການຫຼຸດຜ່ອນ 1/2 ຂອງຈຳນວນພົນລະເມືອງທີ່ທຸກຍາກທີ່ສຸດ ແລະ ປັດຈຸບັນກໍ່ຍັງຄົງຮັກສາທ່າອ່ຽງການພັດທະນາໄດ້ດີ. ທ່ານ ສາດສະດາຈານ ຫຼີແຊວອີ້ນ ຜູ້ຮັບຜິດຊອບກຸ່ມນັກຊ່ຽວຊານສ້າງຮ່າງບົດລາຍງານ, ໄດ້ຖືວ່າ: ເລື່ອງທະວີບອາຊີ ຮັກສາລະດັບອັດຕາການເກີດຄວາມທຸກຍາກໄດ້ຕ່ຳກວ່າ2% ໃນປັດຈຸບັນແມ່ນເປັນສິ່ງທີ່ມະຫັດສະຈັນ ແລະ ມີການປະກອບສ່ວນອັນໃຫ່ຍຫຼວງເຂົ້າໃນການພັດທະນາທົ່ວໂລກ. ບັນດາປະເທດທີ່ມີອັດຕາການຫຼຸດຜ່ອນຄວາມທຸກຍາກຢ່າງວ່ອງໄວໂດຍພື້ນຖານແລ້ວແມ່ນບັນດາ ປະເທດ ທີ່ມີພື້ນຖານດ້ານການເມືອງໝັ້ນຄົງ, ຄືຫວຽດນາມ, ຈີນ, ກຳປູເຈຍ.

ຕາມຕົວເລກ ທີ່ຍົກອອກໃນບົດລາຍງານ, ຫວຽດນາມໄດ້ນອນຢູ່ໃນ Top 10 ປະເທດ ທີ່ມີລະດັບການຫຼຸດຜ່ອນອັດຕາການເກີດຄວາມທຸກຍາກສູງທີ່ສຸດໃນ ທະວີບອາຊີ,ຈາກ35,5% ຂອງປີ1998ຫຼຸດລົງເຫຼືອພຽງ0,74% ຂອງປີ 2019, ເຊິ່ງລະດັບການຫຼຸດຜ່ອນບັນລຸໄດ້ເຖິງ 34,76% ຖ້າວ່າຄິດໄລຕາມມາດຕະຖານຄວາມທຸກຍາກ ດ້ວຍລະດັບລາຍຮັບສະເລ່ຍໃສ່ຫົວຄົນແມ່ນ ຕ່ຳກວ່າ 1,9 ໂດລາສະຫະລັດ/ມື້.

ຕອບກັບ

ຂ່າວ/ບົດ​ອື່ນ