ຫວຽດນາມບໍ່ທັນພົບເຫັນກໍລະນີຕິດເຊື້ອພະຍາດMERSໃດໆ

ຫວຽດນາມບໍ່ທັນພົບເຫັນກໍລະນີຕິດເຊື້ອພະຍາດMERSໃດໆ - ảnh 1
ພາບ​ປະ​ກອບ


(vovworld) – ຕໍ່​ໜ້າ​ເລື່ອງ​ຮັບ​ຮູ້​ກໍ​ລະ​ນີ​ຕິດ​ແປດ MERS – CoV ທຳ​ອິດ​ຢູ່ ໄທ, ວັນ​ທີ 19/6, ກົມ​ການ​ແພດ​ສຳ​ຮອງ (ກະ​ຊວງ​ສາ​ທາ​ລະ​ນະ​ສ​ຸກ) ຍອມ​ຮັບ​ວ່າ: ​ເຊື້ອ​ພະ​ຍາດ​ນີ້​ອາດ​ຈະ​ແຜ່​ລະ​ບາດເຂົ້າ ຫວຽດ​ນາມ ​ໄດ້ຍ້ອນ ຫວຽດ​ນາມ ມີ​ການ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ, ການ​ບໍ​ລິ​ການ​ອັນ​ໃຫຍ່ຫຼວງ ກັບ ໄທ, ສ. ເກົາຫຼີ ແລະ ບັນ​ດາ​ປະ​ເທດ ຕາ​ເວັນ​ອອກ​ກາງ. ຫວຽດ​ນາມ ບໍ່​ທັນ​ພົບ​ເຫັນ​ກໍ​ລະ​ນີ​ຕິດ MERS ໃດໆ, ດັ່ງ​ນັ້ນ​ປະ​ຊາ​ຊົນ​ຕ້ອງ​ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ຕາມ​ບັນ​ດາ​ຄຳ​ກ່າວ​ເຕືອນ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ເພື່ອ​ປ້ອງ​ກັນ, ຕ້ານ​ການ​ແຜ່​ລະ​ບາດ​ຂ​ອງເຊື້ອ​ພະ​ຍາດ​ນີ້. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ກ່າວ​ເຕືອນ​ວ່າ: ເພື່ອ​ສະ​ກັດ​ກັ້​ນ​​ການ​ແຜ່​ລະ​ບາດເຊື້ອ​ພະ​ຍາດ MERS ເຂົ້າ ຫວຽດ​ນາມ, ປະ​ຊາ​ຊົນ​ບໍ່​ຄວນ​ໄປ​ເຖິງ​ບັນ​ດາ​ປະ​ເທດ​ພວມ​ມີ​ເຊື້ອ​ພະ​ຍາດ MERS, ສະ​ກັດ​ກັ້ນ​ສຳ​ພັດ​ກັບ​ຜູ້​ຖ​ືກ​ອັກ​ເສບ​ລະ​ບົບ​ຫາຍ​ໃຈ ແລະ ຜູ້​ຖືກ​ສົງ​ໄສ​ຕິດ​ເຊື້ອ​ພະ​ຍາດ MERS… ບັນ​ດາ​ຜູ້​ມາ​ຈາກ​ບັນ​ດາ​ປະ​ເທດ​ພວມ​ມີເຊື້ອ​ພະ​ຍາດ MERS ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ແຈ້ງ​ອາ​ການ​ສຸ​ຂະ​ພາບ​​ຂອງ​ຕົນເມື່ອ​ເຂົ້າ​ເມືອງ ແລະ ຕິດ​ຕາມກວດ​ກາ​ສຸ​ຂະ​ພາບ​ໃນ​ເວ​ລາ 14 ວັນ​, ເມື່ອ​ມີ​ບັນ​ດາ​ອາ​ການ​ຄື: ໄອ, ເປັນ​ໄຂ້, ຫາຍ​ໃຈ​ຍາກ​ຕ້ອງ​ແຈ​້ງ​ໃຫ້​ບັນ​ດາ​​ຮາກ​ຖານ​ການ​ແພດ​ເພື​່ອ​ໄດ້​ຮັບ​ການ​ແນະ​ນຳ​ໃຫ້​ຄຳ​ປຶກ​ສາ​ຢ່າງ​ທັນ​ການ ຫຼື ໂທ​ຫາ​ເບ​ີ​ໂທ​ລະ​ສັບສາຍ​ດ່ວນ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ແມ່ນ: 096.385.1919.

ຂ່າວ/ບົດ​ອື່ນ