ຫວຽດນາມປະຕິບັດບັນດາຄຳໝັ້ນສັນຍາຂອງWTO,ບັນດາສັນຍາການຄ້າເສລີທີ່ໄດ້ລົງນາມຢ່າງເຂັ້ມງວດ

(VOVWORLD) -ຕອນບ່າຍວັນທີ 25 ກໍລະກົດ, ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວສະເຫນີໃຫ້ຮູ້ ປະຕິກິລິຍາຂອງຫວຽດນາມ ກ່ຽວກັບເລື່ອງອິນເດຍ ສືບສວນການນຳໃຊ້ມາດຕະການຕໍ່ເລື່ອງຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນເຫລັກກ້າຂອງຫວຽດນາມ, 
ຫວຽດນາມປະຕິບັດບັນດາຄຳໝັ້ນສັນຍາຂອງWTO,ບັນດາສັນຍາການຄ້າເສລີທີ່ໄດ້ລົງນາມຢ່າງເຂັ້ມງວດ - ảnh 1 ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ

ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: “ຫວຽດນາມ ຍາມໃດກໍ່ປະຕິບັດບັນດາຄຳໝັ້ນສັນຍາຂອງອົງການການຄ້າໂລກ (WTO) ທີ່ໄດ້ລົງນາມຢ່າງເຂັ້ມງວດ ແລະ ຄົບຖ້ວນ. ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ເວົ້າລວມ ໃນນັ້ນ ມີການພົວພັນດ້ານເສດຖະກິດ ການຄ້າ ເວົ້າສະເພາະ ພວມພັດທະນາຢ່າງຈົບງາມ, ບັນດາບັນຫາການຄ້າລະຫວ່າງສອງປະເທດຄວນໄດ້ຮັບການພິຈາລະນາແບບພາວະວິໄສ, ຍຸຕິທຳ ເໝາະສົມກັບບັນດາຂໍ້ກຳນົດຂອງການຄ້າໂລກ, ບັນດາຂໍ້ຕົກລົງດ້ານການຄ້າສອງຝ່າຍ ແລະ ຫລາຍຝ່າຍ ຊື່ງສອງປະເທດພ້ອມກັນເຂົ້າຮ່ວມ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງວິສາຫະກິດກໍ່ຄືຜູ້ບໍລິໂພກສອງປະເທດ.

ເມື່ອຕອບຄຳຖາມກ່ຽວກັບບັນດາມາດຕະການຂອງຫວຽດນາມ ພາຍຫລັງກຸ່ມກຳປັ່ນສຳຫລວດ ໄຮ່ຢາງ 8 ຂອງຈີນ ໃນຊຸມມື້ຜ່ານມາໄດ້ມີການເຄື່ອນໄຫວລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຫວຽດນາມ ຢູ່ ບໍລິເວນທາງທິດໃຕ້ທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: “ຫວຽດນາມ ເດັດດ່ຽວ, ຢືດໝັ້ນ ການປົກປັກຮັກສາອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານ ຄືດັ່ງໄດ້ກຳນົດໃນສົນທິສັນຍາຂອງສປຊ ກ່ຽວກັບກົດໝາຍທະເລປີ 1982 ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. ດ້ວຍຈຸດໝາຍດັ່ງກ່າວ ຫວຽດນາມ ໄດ້ມີຫລາຍຮູບການພົວພັນທາງການທູດທີ່ເໝາະສົມ, ແລກປ່ຽນຈົດໝາຍທາງການທູດຄັດຄ້ານຝ່າຍຈີນ, ຮຽກຮ້ອງຖອນອອກຈາກເຂດເສດຖະກິດພິເສດຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ