ຫວຽດນາມປະຕິບັດບັນດາມາດຕະການໂດຍສັນຕິ,ສອດຄອ່ງກັບກົດໝາຍສາກົນເພື່ອປົກປັກຮັກສາອະທິປະໄຕຂອງປະເທດຊາດ

ຫວຽດນາມປະຕິບັດບັນດາມາດຕະການໂດຍສັນຕິ,ສອດຄອ່ງກັບກົດໝາຍສາກົນເພື່ອປົກປັກຮັກສາອະທິປະໄຕຂອງປະເທດຊາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີນ​ຢູງ
 ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 6/2014
photo:chinhphu.vn


 (vovworld)- ​​ໃນ​ວັນ​ທີ 30/6 ​ແລະ 1/7, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 6/2014 ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ກັບ​ການ​ນຳ​ທຸກ​ແຂວງ​, ນະຄອນ ​ເພື່ອ​ຕີ​ລາຄາ​ສະພາບ​ເສດຖະກິດ​ສັງຄົມ​ໃນ 6 ​ເດືອນ ຕົ້ນ​ປີ, ພ້ອມ​ທັງ​ກຳນົດ​ບັນດາ​ມາດ​ຕະການ​ສຸມ​ໃສ່​ຊີ້​ນຳ, ບໍລິຫານ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມ​ີປາຍ​ໃນ 6 ​ເດືອນ​ທ້າຍ​ປີ 2014.

        ໃນ 6 ​ເດືອນ​ຜ່ານ​ມາ, ​ເສດຖະກິດ​ມະຫາ​ພາກ​ສືບ​ຕໍ່ໄດ້​ຮັບ​ການ​ຮັກສາ​ເປັນປົກກະ​ຕິ, ​ໄພ​ເງິນ​ເຟີ້​ຖືກ​ຄວບ​ຄຸມ​ດ້ວຍ​ດັດ​ຊະນີ​ລາຄາ​ໃຊ້​ສອຍ​ໃນ​ເດືອນ 6 ​​ເພີ່ມ​ຂຶ້ນ​ຢູ່​ໃນ​ລະດັບ​ຕຳ່​ສຸດ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ 13 ປີ​ຜ່ານ​ມາ, ຂະ​ແຫນງກະສິກຳ​ເຕີບ​ໂຕ​ຢ່າງ​ແຮງ, ​ເປັນ​ຕົ້ນ​ແມ່ນ​ເຂົ້າສານ​ເພີ່ມ​ຂຶ້ນ​ກວ່າ 800.000 ​ໂຕນ, ລາຍ​ຮັບ​ງົບປະມານ​ເພີ່ມ​ຂຶ້ນ ​ແລະ ຮັບປະກັນ​ຄວາມດຸ່ນດ່ຽງ​ຂອງ​ພື້ນຖານ​ເສດຖະກິດ. ການ​ຈະ​ເລີ​ນ​ເຕີບ​​ໂຕ​ໃນ 6 ​ເດືອນ​ຕົ້ນ​ປີ 2014 ຄາດ​ວ່າ​ບັນລຸ 5,18%.

        ກ່ຽວຂ້ອງ​ເຖິງ​ສະພາບ​ການ​ຈີນ​ລ່ວງ​ລ້ຳ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ບັນດາ​ທ້ອງ​ຖິ່ນ​ຊົມ​​ເຊີຍ​ແຜນ​ນະ​ໂຍບາຍ​ສ​ະ​ເໝີ​ຕົ້ນ​ສະ​ເຫມີ​ປາຍ ​ແລະ ບັນດາ​ມາດ​ຕະການ​ຂ້ຽວຂາດ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ແຫ່ງ​ຊາດ​ຂອງ​ພັກ, ລັດ ກໍ​ຄື​ທັດສະນະ​ຂອງ​ລັດຖະບານ ​ແລະ ບັນດາ​ມາດ​ຕະການ​ຊີ້​ນຳ​ແກ້​ໄຂບັນຫາ​ເກີດ​ຂຶ້ນ​ຢ່າງ​ທັນ​ການ, ມີ​ປະສິດທິ​ຜົນ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ສະພາບ​ແວ​ດລ້ອມ​ແຫ່ງ​ການ​ລົງທຶນ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ລັດຖະບານ, ການ​ນຳ​ທ້ອງ​ຖິ່ນ ຕ້ອງ​ຕິດຕາມ​ສະພາບ​ການ​ຢ່າງ​ໃກ້ຊິດ, ຄາດ​ຄະ​ເນ​ທຸກ​ສະພາບ​ການ​ໃນ​ທຸກ​ຂົງ​ເຂດ​ເພື່​ອ​ເປັນ​ເຈົ້າ​ການ​ຄິດ​ໄລ່​ຊັ່ງຊາ​ບັນດາ​ມາດ​ຕະການ, ວິທີ​ການ​ລະອຽດ​ໃນ​ການ​ຮັບ​ມື, ​ແກ້​ໄຂ​ໃນ​ບໍ່​ວ່າ​ສະພາບ​ການ​ໃດ​ຢ່າງ​ທັນ​ການ, ມີ​ປະສິດທິ​ຜົນ​. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງ 3 ຈຸດໝາຍ​ສູງ​ສຸດ ຊື່​ງລັດຖະບານ​ຕັດສິນ​ໃຈ​ປະຕິບັດ.

“ພວກ​ເຮົາ​ຕ້ອງສຸມ​ໃສ່ ​ແລະ ມານະ​ພະຍາຍາມ​ຢ່າງສູງ​ສຸດ ດ້ວຍ​ມາດ​ຕະການ​ໂດຍ​ສັນຕິ, ສອດ​ຄອ່ງກັບ​ກົດໝາຍ​ສາກົນ ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ. ນີ້​ແມ່ນ​ຈຸດໝາຍ​ທີ່​ສັກກະ​ລະ​ບູຊາ​​ເຊິ່ງພວກ​ເຮົາ​ຕ້ອງ​ປະຕິບັດ, ຕ້ອງ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ແລະ ບັນດາ​ຄະນະ​, ຂະ​ແຫນງການ ຕ້ອງ​ສຸມ​ໃສ່​​​ປະຕິບັດ. ທີ​ສອງ ຕ້ອງ​ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຂອງ​ປະ​ເທດ​ຊາດ. ຈຸດໝາຍ​ທີ 3 ​ແມ່ນ​ຕັດສິນ​ໃຈ​ປະຕິບັດ​ຄາດໝາຍ​ບັນລຸ​ການຈະ​ເລີ​ນເຕີບ​ໂຕ ທີ່​ໄດ້​ວາງ​ອອກ​ໃນ​ປີນີ້​ແມ່ນຢູ່​ໃນ​ລະດັບ 5,8 %.”

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ​: ​ໃນ​ວິວັດ​ການ​ສ້າງ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ລັດຖະບານ ພວມ​ດຳ​ເນີນ​ຫລາຍ​ມາດ​ຕະການ​ເປີດ​ກວ້າງ​ການ​ຕະຫລາດ​ສົ່ງ​ອອກ, ​ເປັນ​ຕົ້ນ​ຍູ້​​ໄວ​ວິວັດ​ການ​ເຈລະຈາ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ, ສະ​ເຫ​ນີບັນດາ​ທ້ອງ​ຖິ່ນ ສືບ​ຕໍ່​ສຳ​ເລັດ​ກົນ​ໄກ​ນະ​ໂຍບາຍ, ສຸມ​ໃສ່​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ, ສືບ​ຕໍ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​, ລະບົບ​ທະນາຄານຄືນ​ໃຫມ່ຕາມ​ທິດ​ປອດ​ໄພ, ມີ​ປະສິດທິ​ຜົນ, ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃຫມ່​ຕິດ​ພັນ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່.

ຂ່າວ/ບົດ​ອື່ນ