ຫວຽດນາມປາດຖະໜາຢາກພັດທະນາການພົວພັນຮ່ວມມືຫລາຍດ້ານກັບອີຣານກ່ວາອີກ

ຫວຽດນາມປາດຖະໜາຢາກພັດທະນາການພົວພັນຮ່ວມມືຫລາຍດ້ານກັບອີຣານກ່ວາອີກ - ảnh 1
(ພິທີ​ລົງ​ນາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັສ​
ແຫ່ງ​ຊາດ ຫວຽດນາມ ກັບ ບໍລິສັດ Ghadir Holding Company)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ປະ​ເທດ ອີຣານ, ວັນ​ທີ 15/03 ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ອີຣານ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ 2 ປະ​ເທດ​ປະມານ 200 ​ແຫ່ງ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແລະ ອີຣານ ຍັງ​ບໍ່​ທັນ​ນຳ​ໃຊ້​​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ຕະຫລາດ ​ແລະ ຄວາມ​ສາມາດບົ່ມ​ຊ້ອນ​ການ​ຮ່ວມ​ມື​ຂອງ 2 ປະ​ເທດ​ໄດ້​ໝົດ, ​ເພາະສະ​ນັ້ນ ຮຽກຮ້ອງ​ໃຫ້​ມີກຳລັງບຸກທະລຸ, ​ໄມ້​ງັດ​ໃໝ່ ​ແລະ ຄວາມຕັດສິນ​ໃຈ​ດ້ານ​ການ​ເມືອງ​ຈາກ​ການ​ນຳ 2 ປະ​ເທດ, ພິ​ເສດ​ແມ່ນຄວາມ​ຕັດສິນ​ໃຈ ​ແລະ ການ​ກະທຳ​ຂອງ​ບັນດາ​ວິ​ສາ​ຫະກິດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​​ເນັ້ນ​ໜັກວ່າ:

        “​ໃນ​ນະ​ໂຍບາຍ​ພັດທະນາ, ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ ອີຣານ ກ່ວາ​ອີກ, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ: ​ໃນຍຸດ​ທະ​ສາດ ​ແລະ ນະ​ໂຍບາຍມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ​ຂອງ ອີຣານ, ຫວຽດນາມ ​ແມ່ນ​ສະຖານ​ທີ່​ທຳ​ອິດ ​ແລະ ພວກ​ຂ້າພະ​ເຈົ້າ​ກໍ່​ເຊື່ອ​ໝັ້ນ​ຕົນ​ເອງ​ວ່າ: ຈະ​ແມ່ນ​ຄູ່​ຮ່ວມ​ມືທີ່​ໄວ້​​ເນື້ອ​ເຊື່ອ​ໃຈ, ມີ​ປະສິດທິ​ຜົນ ສະໜອງ​ສະພາບ​ແວດ​ລ້ອມ​ແຫ່ງການລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ເປັນ​ປົກກະຕິ​ດ້ວຍ​ຄວາມ​ສາມາດ​ຫາ​ກຳ​ໄລ​ໄດ້​ສູງ”

        ທີ່​ເວທີ​ປາ​ໄສ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເປັນສັກຂີ​ພິຍານ​ພິທີ​ລົງ​ນາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ​ແລະ ທະນາຄານ​ສູນ​ກາງ ອີຣານ; ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັສ​ແຫ່ງ​ຊາດ ຫວຽດນາມ ກັບ ບໍລິສັດ Ghadir Holding Company.

 

ຂ່າວ/ບົດ​ອື່ນ