ຫວຽດນາມປາດຖະໜາຢາກຮໍ່າຮຽນເອົາບົດຮຽນກ່ຽວກັບການກໍ່ສ້າງຕົວເມືອງທັນສະໄໝ

ຫວຽດນາມປາດຖະໜາຢາກຮໍ່າຮຽນເອົາບົດຮຽນກ່ຽວກັບການກໍ່ສ້າງຕົວເມືອງທັນສະໄໝ - ảnh 1
ຫວຽດນາມ​ປາດ​ຖະໜາ​ຢາກ​ຮໍ່າຮຽນ​ເອົາ​ບົດຮຽນ​
ກ່ຽວ​ກັບ​ການ​ກໍ່ສ້າງ​ຕົວ​​ເມືອງ​ທັນ​ສະ​ໄໝ
(ພາບ: VGP)

(vovworld) – ຕອນ​ເຊົ້າ​ວັນ​ທີ 28/08, ຢູ່​ຮ່າ​ໂນ​້ຍ, ຄະນະ​ກຳມະການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້ “​ເຂດ​ຕົວ​ເມືອງທັນ​ສະ​ໄໝ: ພຶດຕິ​ກຳ​ຕົວ​ຈິງ ​ແລະ ບົດ​ຮຽນ​ສາກົນ​ແງ່​ຫວັງ​ຢູ່​ຫວຽດນາມ”. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນທ​້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ຖື​ວ່າ. ຫວຽດນາມ ມີ 774 ​ເຂດ​ຕົວ​ເມືອງ​ໃຫຍ່, ນ້ອຍ. ​ເຂດ​ຕົວ​ເມືອງ​ກວມ​ເອົາປະມານ 33% ຈຳນວນ​ພົນລະ​ເມືອງ, ປະກອບ GDP ​ປະມານ 60% ​ໃນ​ທົ່ວ​ປະ​ເທດ. ການ​ຄຸ້ມ​ຄອງ​ເຂດ​ຕົວ​ເມືອງ​ແມ່ນ​ຄຸ້ມ​ຄ​ອງກຳລັງ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ​ແຕ່​ວ່າ, ການ​ພັດທະນາ​ຂອງ​ຕົວ​ເມືອງພວມ​ວາງ​ອອກ​ບັນດາ​ສິ່ງ​ທ້າ​ທາຍ​ຄື​ປະຈຸ​ບັນ.

        “ການຄຸ້ມ​ຄອງ​ເຂດ​ຕົວ​ເມືອງ ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນດາ​ປະ​ເທດ​ໃນ​ໂລກ. ​ເພື່ອ​ສາມາດ​ໝູນ​​ໃຊ້​ກາລະ​ໂອກາດ​ພັດທະນາ​ຢ່າງ​​ໃຫຍ່ຫຼວງ​ທີ່​ເຂດ​ຕົວ​ເມືອງ​ນຳ​ມາ​ໃຫ​້ ລັດ​ຕ້ອງ​ຄຸ້ມ​ຄອງ​ເຂດ​ຕົວ​ເມືອງ​ຕາມ​ຮູບ​ແບບ​ທັນ​ສະ​ໄໝ.”

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ​້​ແທນ​ທີ່​ມາ​ຈາກ​ຍີ່ປຸ່ນ, ສ.​ເກົາຫຼີ, ສິງກະ​​ໂປ ​ແລະ ອາ​ເມ​ລິ​ກາ ​ໄດ້​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ບົດຮຽນ​ກໍ່ສ້າງ​ເຂດ​ຕົວ​​ເມືອງທັນ​ສະ​ໄໝ ​ແລະ ການ​ແນະນຳ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ້ອງ​ສົນ​ໃຈ ກ່ຽວຂ້ອງ​ເຖິງ​ການ​ກໍ່ສ້າງ​ເຂດ​ຕົວ​ເມືອງ​ທັນ​ສະ​ໄໝ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ