ຫວຽດນາມປາດຖະໜາຢາກເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບກັບບັນດາປະເທດອາຊຽນ

ຫວຽດນາມປາດຖະໜາຢາກເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບກັບບັນດາປະເທດອາຊຽນ - ảnh 1
ພົນ​ໂທ ໂດ໋​ບ໋າ​ຕິ ແລະ ຜູ້​ບັນ​ຊາ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ລາ​ຊະ​ອາ​ນາ​ຈັກ ບ​ຣູ​ໄນ
(ພາບ: baovinhlong.com)

(vovworld) - ຢູ່ນອກກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ຜູ້​ບັນ​ຊາ​​ການກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ບັນ​ດາ​ປະ​ເທດ ອາ​ຊຽນ ຄັ້​ງ​ທີ 12 (ACDFIM – 12), ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທ​ີ 9 – 11/2, ຢູ່​ນະ​ຄອນຫຼວງ Kuala Lumpur ຂອງ​ປະ​ເທດ ມາ​ເລ​ເຊຍ, ທ່ານ ພົນ​ໂທ ໂດ໋​ບ໋າ​ຕິ, ເສ​ນາ​ທິ​ການ​ໃຫຍ່ກອ​ງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ດຳ​ເນີນ​ການ​ພົບ​ປະ 2 ຝ່າຍ ກັບ​ບັນ​ດາ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ບ​ຣ​ູ​ໄນ, ໄທ, ສ​ປ​ປ ລາວ ແລະ ກຳ​ປູ​ເຈຍ.

        ທີ່​ການ​ພົບ​ປະ​ກັບ​ຮອງ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ​ລາວ, ພົນ​ໂທ ໂດ໋​ບ໋າ​ຕິ ສະ​ເໜີ​ບັນ​ດາ​ກຳ​ລັງ​​ປ້ອງ​ກັນ​ຊາຍ​ແດນ 2 ປະ​ເທດ​ເພີ່ມ​ທະ​ວີ​ວຽກ​ງານ​ສົມ​ທົບ​ກັນ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ລາດ​ຕາ​ເວນ​ເຂດ​ຊາຍ​ແດນ, ສະ​ກັດ​ກັ້ນ​ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ​ຢູ່​ຊາຍ​ແດນ 2 ປະ​ເທດ​ເພື່ອ​ແນ​ໃສ່​ຮັກ​ສາ​​ເຂດຊາຍ​ແດນ ຫວຽດ​ນາມ - ລາວ ​ໃຫ້​ເປັນເສັ້ນ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ. ທີ່​ການ​ພົບ​ປະ​ກັບ​ຜູ້ບັນ​ຊາ​​ການກອງ​ທັບ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ພົນ​ໂທ ໂດ໋​ບ໋າ​ຕິ ຢັ້ງ​ຢືນ​ວ່າ: ການ​ພົວ​ພ​ັນ​​ສາ​ມັກ​ຄ​ີມິດ​ຕະ​ພາບ​ລະ​ຫວ່າງກອງ​ທັບ 2 ປະ​ເທດ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັກ​ສາສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພ​າກ​ພື້ນ.  ທີ່​ການ​ພົບ​ປະ​ກັບ​ຜູ້​ບັນ​ຊາ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ລາ​ຊະ​ອາ​ນາ​ຈັກ ບ​ຣູ​ໄນ, ພົນ​ໂທ ໂດ໋​ບ໋າ​ຕິ ຕີ​ລາ​ຄາ​ສູງ​ການ​ຊ່ວຍ​ເຫຼືອ​ຂອງ ບ​ຣູ​ໄນ ສຳ​ລັບ ກອງ​ທັບ ຫວຽດ​ນາມ ໃນ​ຂົງ​ເຂດບ​ຳ​ລຸງ​ສ້າງ​ພະ​ນັກ​ງານ, ສະ​ເໜີ​ໃຫ້​ຝ່າຍ ບ​ຣູ​ໄນ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ເພີ່ມ​ຈ​ຳ​ນວນ​ທຶນ​ສຶກ​ສາ​ໃຫ້​ແກ່​ພະ​ນັກ​ງານ ຫວຽດ​ນາມ. ໃນ​ການ​ພົບ​ປະ​ກັບ​ຜູ້​ບັນ​ຊາ​​ການກຳ​ລັງ​ປ້ອງ​ກັນ​ປະ​ເທດ ໄທ, ພົນ​ໂທ ໂດ໋​ບ໋າ​ຕິ ສະ​ເໜີ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ, ພິ​ເສດ​ແມ່ນ​ຮ່ວມ​ມື​ກ່ຽວ​ກັບ​ການ​ເດີນ​ທະ​ເລ, ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກູ້​ໄພ​ກູ້​ຊີບ, ລາດ​ຕາ​ເວນ​ຮ່ວມ​ກັນ, ຕິດ​ຕໍ່​ພົວ​ພັນ, ບຳ​ລຸງ​ສ້າງ​ພະ​ນັກ​ງານ.

 


ຂ່າວ/ບົດ​ອື່ນ