ຫວຽດນາມປາດຖະໜາຢາກໃຫ້UNCTADສືບຕໍ່ການໜູນຊ່ວຍໃນວິວັດການເຊື່ອມໂຍງແລະພັດທະນາ

ຫວຽດນາມປາດຖະໜາຢາກໃຫ້UNCTADສືບຕໍ່ການໜູນຊ່ວຍໃນວິວັດການເຊື່ອມໂຍງແລະພັດທະນາ - ảnh 1
​ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ
 ຕ້ອນຮັບ​ທ່ານ Mukhisa Kituyi
(ພາບ: TTXVN)

(vovworld) – “ຫວຽດນາມ ປາດ​ຖະໜາ​ຢາກ​ໃຫ້ UNCTAD ສືບ​ຕໍ່​ການ​ໜູນ​ຊ່ວຍ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ ແລະ ​ພັດທະນາ” ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃນ​ການ​ຕ້ອນຮັບ​ທ່ານ Mukhisa Kituyi ​ເລຂາທິການ​ໃຫຍ່​ກອງ​ປະຊຸມ​ ສປຊ ​ກ່ຽວ​ກັບ​ການ​ຄ້າ ​ແລະ ພັດທະ​ນາ (UNCTAD), ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “​ແງ່​ຫວັງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ - ອາ​ຟຣິກກາ” ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຈັດ​ຕັ້ງ ຢູ່​ຮ່າ​ໂນ້ຍ​ ໃນວັນ​ທີ 20/10. ທ່ານ ຟ້າ​ມບິ່ງ​ມິ​ງ ຕີ​ລາຄາ​ສູງ​ເລື່ອງ​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ຄ້າ ​ແລະ ພັດທະນາ​ສືບ​ຕໍ່​ສະຫງວນ​ການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ໃຫ້ ຫວຽດນາມ​ ​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ​ຕ່າງປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ປາດ​ຖະໜາ​ຢາກ​ໃຫ້ UNCTAD ສືບ​ຕໍ່​ເປັນ​ຂົວ​ເຊື່ອ​ມຕໍ່ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ພວມ​ພັດທະນາ​ອື່ນໆ, ​ໃນ​ນັ້ນ​ມີ​ບັນດາ​ປະ​ເທດ ອາ​ຟຣິກກາ ​ໂດຍ​ຜ່ານ​ຮູບ​ແບບ​ຮ່ວມ​ມື 3 ຝ່າຍ (2+1). ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​​ທ່ານ Mukhisa Kituyi ຊຸກຍູ້ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ຄ້າ ​ແລະ ພັດທະນາ​ໜູນ​ຊ່ວຍ​ການ​ຮ່ວມ​ມື​​ໃຕ້ - ​ໃຕ້ (ການ​ຮ່ວມ​ມື ອາ​ຟຣິກກາ - ອາ​ເມ​ລິ​ກາ​ໃຕ້) , ສົ່ງ​ເສີມ​ວິ​ສາ​ຫະກິດ​ຂອງ​ບັນດາ​ປະ​ເທດ​ພວມ​ພັດທະນາ​ ໃນ​ນັ້ນມີ ຫວຽດນາມ ສຳ​ພັດ​ຕະຫລາດ ​ແລະ ​ເປີດ​ກ້ວາງ​ດຳ​ເນີນ​ທຸລະ​ກິດ​ຢູ່ ອາ​ຟຣິກກາ.

        ສ່ວນ​ທ່ານ Mukhisa Kituyi ກໍ​ສະ​ແດງ ຄວາມພ້ອມ​​ໃຫ້ການ​ໜູນ​ຊ່ວຍ ຫວຽດນາມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ການ​ຄ້າ ​ແລະ ການ​ລົງທຶນ, ​ເຊື່ອມ​ຕໍ່​ກັບ​ບັນດາ​ປະ​ເທດ​ພວມ​ພັດທະນາ​ຢູ່ ອາ​ຟຣິກກາ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ກ່ຽວກັບຄວາມ​ໝັ້ນຄົງ​ດ້ານສະບຽງອາຫານ, ກະສິກຳ. ທ່ານ Kituyi ​ໃຫ້​ຄຳ​ໝັ້ນສັນຍາ​ກອງ​ປະຊຸມ ສປຊ ​ກ່ຽວ​ກັບ​ການ​ຄ້າ ​ແລະ ພັດທະນາ​ຈະ​ຊຸກຍູ້​ການ​ພົວພັນ ຫວຽດນາມ - ອາ​ຟຣິກກາ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ​ໃຕ້ - ​ໃຕ້.

ຂ່າວ/ບົດ​ອື່ນ