ຫວຽດນາມພັດທະນາການພົວພັນກັບຍີ່ປຸ່ນຕາມຈິດໃຈຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ,ກ້ວາງຂວາງ

ຫວຽດນາມພັດທະນາການພົວພັນກັບຍີ່ປຸ່ນຕາມຈິດໃຈຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ,ກ້ວາງຂວາງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ​ ແລະ ທ່ານ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຍີ່​ປຸ່ນ Kunio Umeda
(ພາບ: ສຳ​ນັກ​ຂ່​າວ​ສານ ຫວຽດ​ນາມ)

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 14/2, ທີ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ Kunio Umeda. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ຍີ່​ປຸ່ນ ຕາມ​ຈິດ​ໃຈ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາ​ດ​ມ​ທີ່ເລິກ​ເຊິ່ງ, ກ້​ວາງ​ຂວາງ​ເພື່ອ​ສັນ​ຕິ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຢູ່ ອາ​ຊີ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ຫວຽດ​ນາມ ພວ​ມ​ຕັ້ງ​ໜ້າ​ກະ​ກຽມ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງ​ພະ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ. ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຢ້ຽມ​ຢ​າມ​ຄັ້ງ​ນີ້, ຖືນີ້​ແມ່ນ​ເຫດ​ການ​ມີ​ຄວາມ​ໝາຍ​ສຳ​ຄັນ, ແມ່ນ​ຂີດ​ໝາຍ​ທີ່​ເປັນ​ໜ້າ​ຈົດຈຳ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຊື່ອ​ໝັ້ນ​ວ່າ: ດ້ວຍ​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ປີ 2017, ການ​ພົວ​ພັ​ນ​ຮ່ວມ​ມື ຫວຽດ​ນາມ - ຍີ່​ປຸ່ນ ຈະ​ມີ​ບາດ​ກ້າວ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​​ຢ່າງແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ.

        ສ່ວນ​ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ Kunio Umeda ​ໄດ້ແຈ້ງ​​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮັບ​ຊາບກ່ຽວ​ກັບ​ວຽກ​ງານ​ສົມ​ທົບ​ກັນ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ ຫວຽດ​ນາມ ໃນ​ການ​ກະ​ກຽມ​​ໂຄງ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ຢູ່ ຫວຽດ​ນາມ ຈະ​ໄດ້​ຈັດ​ຕັ້ງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງນ​ັ​ກ​ທຸ​ລະ​ກິດ ຍີ່​ປຸ່ນ ປະ​ມານ 1.000 ​ຄົນ. 


ຂ່າວ/ບົດ​ອື່ນ