ຫວຽດນາມພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ​ກັບ ອາ​ເມ​ລິ​ກາ ກ່ຽວກັບ​ຄວາມ​​​ແຕກ​​ໂຕນ​ດ້ານສິດທິມະນຸດ

(VOVWORLD) -    “ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ຫຼືບໍ່ເຊື່ອຖືສາສະໜາຂອງພົນລະເມືອງ...”
ຫວຽດນາມພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ​ກັບ ອາ​ເມ​ລິ​ກາ ກ່ຽວກັບ​ຄວາມ​​​ແຕກ​​ໂຕນ​ດ້ານສິດທິມະນຸດ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ 

ວັນທີ 04 ກໍລະກົດ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄໍາຖາມກ່ຽວກັບການຕີລາຄາຂອງຫວຽດນາມ ຕໍ່ບົດລາຍງານກ່ຽວກັບສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ສາກົນ ຂອງກະຊວງການຕ່າງປະເທດ ອາເມລິກາ ຫວ່າງມໍ່ໆນີ້ ຍັງມີບາງການຕີລາຄາ ທີ່ຂາດພາວະວິໄສ ໂດຍອີງໃສ່ບັນດາຂໍ້ມູນຂ່າວທີ່ຜິດເຂວກ່ຽວກັບ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ:

        “ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ ແມ່ນເຄົາລົບ, ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ຫຼືບໍ່ເຊື່ອຖືສາສະໜາຂອງພົນລະເມືອງ. ສິ່ງດັ່ງກ່າວໄດ້ລະບຸຢ່າງຈະແຈ້ງໃນລັດຖະທໍາມະນູນ, ໃນລະບົບການປັບປຸງກົດໝາຍຂອງຫວຽດນາມ ໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບການຮັບປະກັນ, ປະຕິບັດໃນຕົວຈິງ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ແລະ ເຈລະຈາກັບ ອາເມລິກາ ໃນບັນຫານີ້ ເພື່ອສາມາດຮັດແຄບຄວາມແຕກໂຕນກັນ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ”.

        ກ່ຽວຂ້ອງເຖິງແຫຼ່ງຂ່າວທີ່ວ່າ ອາເມລິກາ ຕົກລົງຈັດວາງອັດຕາພາສີສູງສໍາລັບຜະລິດຕະພັນເຫຼັກກ້າບາງຊະນິດຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ:

        “ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ຕັກເຕືອນ ແລະ ສະເໜີແນະໃຫ້ບັນດາວິສາຫະກິດພາຍໃນປະເທດ ກ່ຽວກັບເລື່ອງ ບັນດາອົງການສືບສວນຂອງບັນດາປະເທດນໍາເຂົ້າໃນນັ້ນ ມີ ອາເມລິກາ, ອາດຈະປ່ຽນແປງຂໍ້ກໍານົດ ແລະ ວາງອອກບັນດາຄວາມຮຽກຮ້ອງຕ້ອງການທີ່ເຄັ່ງຄັດກວ່າໃນບັນດາເຫດການສືບສວນປົກປ້ອງການຄ້າ, ເພື່ອໃຫ້ບັນດາວິສາຫະກິດຫວຽດນາມຄົ້ນຄວ້າ ວາງອອກບັນດາຍຸດທະສາດດໍາເນີນທຸລະກິດໃຫ້ເໝາະສົມ. ບັນດາອົງການຈັດຕັ້ງຂອງຫວຽດນາມ ຈະສືບຕໍ່ແລກປ່ຽນກັບຝ່າຍ ອາເມລິກາ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງບັນດາວິສາຫະກິດ, ເໝາະສົມກັບຂໍ້ກໍານົດຂອງກົດໝາຍ ແລະ ສັນຍາສະບັບຕ່າງໆຂອງ WTO, ພ້ອມທັງສະກັດກັ້ນບັນດາການກະທໍາລະເມີດກົດໝາຍຢ່າງເດັດຂາດ”. 

ຕອບກັບ

ຂ່າວ/ບົດ​ອື່ນ