ຫວຽດນາມພ້ອມແລ້ວທີ່ຈະແບ່ງປັນບົດຮຽນພັດທະນາເສດຖະກິດກັບອີຢີບ

ຫວຽດນາມພ້ອມແລ້ວທີ່ຈະແບ່ງປັນບົດຮຽນພັດທະນາເສດຖະກິດກັບອີຢີບ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ກາວ​ດຶກ​ຟາດ (ຂວາ) ເຂົ້າ​ຮ່ວມກອ​ງ​ປະ​ຊຸມ
(ພາບ: Vietnam+)

(vovworld) - ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພັດທະນາ​ເສດຖະກິດ​ອີ​ຢີບ (EEDC), ​ເຊິ່ງດຳ​ເນີນ​ແຕ່​ວັນ​ທີ 13-15/3 ຢູ່ Sharm el-Sheikh, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ກາວ​ດຶກ​ຟາດ ຢືນຢັນ​ວ່າ: ດ້ວຍ​ມູນ​ເຊື້ອ​ຮ່ວມ​ມື​ມິດຕະພາບ​ມາ​ແຕ່​ດົນ​ນານ, ຍາມ​ໃດ​ຫວຽດນາມ​ກໍ່​ຮຽງ​ບ່າ​ຮຽງ​ໄຫຼ່​ກັບ​ປະຊາຊົນ​ອີ​ຢີບ​ໃນ​ທຸກ​ສະພາບ​ການ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດຮຽນ​​ໃນ​ກິດ​ຈະ​ການພັດທະນາ​ເສດຖະກິດ ​ແລະ ກໍ່ສ້າງ​ປະ​ເທດ​ກັບ​ອີ​ຢີບ. ​ເມື່ອ​ແລກປ່ຽນ​ກັບ​ນັກ​ຂ່າວ​ຂ່າວສານ​ຫວຽດນາມ​ຢູ່​ນອກ ກອງ​ປະຊຸມ​ພັດທະນາ​ເສດຖະກິດ​ອີ​ຢີບ, ທ່ານລັດຖະມົນຕີ​ວ່າການ​ ກາວ​ດຶກ​ຟາດ ຖື​ວ່າ, ກອງ​ປະຊຸມ​ແມ່ນ​ເຫດການ​ທີ່​ມີ​ລັກສະນະ​ການ​ເມືອງ ​ແລະ ​ເສດຖະກິດ​ໃຫຍ່​ສຳລັບ​ອີ​ຢີບ. ນີ້​ກໍ່​ແມ່ນ​ໂອກາດ​ທີ່​ດີ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ, ຮ່ວມ​ມື, ປະກອບສ່ວນ​ບັນລຸ​ຄາດໝາຍ​ຍົກ​ວົງ​ເງິນ​ສົ່ງ​ອອກ​ສອງ​ສົ້ນ​ກັບອີ​ຢີບຂຶ້ນ 500 ລ້ານ​ໂດ​ລາ​ສະຫະລັດ​ໃນ​ປີ 2015. ທ່ານ​ກໍ່​ຕີ​ລາຄາ​ວ່າ, ຫວຽດນາມ ​ແລະ ອີ​ຢີບມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື.


ຂ່າວ/ບົດ​ອື່ນ