ຫວຽດ​ນາມມີ 3 ຄົນ ເຂົ້າ​​ຮອບ​ການ​ແຂ່ງ​ຂັນ​ຊະ​ນະ​ເລີດ ອອກ​ແບບກຣາຟິກໂລກ

(VOVWORLD) - ນັກຮຽນ, ນັກສຶກສາ 3 ຄົນນີ້ຈະແມ່ນຕາງໜ້າຂອງ ຫວຽດນາມໄປເຂົ້າຮ່ວມການແຂ່ງຂັນຮອງ ຊີງຊະນະເລີດຂອງ ACAWC ປີ 2019, ເຊີ່ງໄດ້ດຳເນີນຢູ່ນິວຢອກ ໃນລະຫວ່າງວັນທີ 28 – 31 ກໍລະກົດ.
ຫວຽດ​ນາມມີ 3 ຄົນ ເຂົ້າ​​ຮອບ​ການ​ແຂ່ງ​ຂັນ​ຊະ​ນະ​ເລີດ ອອກ​ແບບກຣາຟິກໂລກ - ảnh 1ນ້ອງ ເຈີ່ນງອກແອັງຄວາ, ນັກສຶກສາມະຫາວິທະຍາໄລ ຮວາແຊນ (ນະຄອນໂຮ່ຈີມິນ) ຍາດໄດ້ລາງວັນທີ ໜຶ່ງລະດັບຊາດຂອງການແຂ່ງຂັນ (ພາບ: dangcongsan.vn) 

ວັນທີ 3 ມິຖຸນາ, ຢູ່ ຮ່າໂນ້ຍ ໄດ້ດຳເນີນຮອບຊະນະເລີດລະດັບຊາດເພື່ອເຂົ້າຮ່ວມການແຂ່ງຂັນຊະນະເລີດ ອອກແບບກຣາຟິກໂລກ (Adobe Certified Associate World Championship - ACAWC) ປີ 2019. ເຂົ້າຮ່ວມ ACAWC ຫວຽດນາມໃນປີນີ້ ຫຼາຍຮ້ອຍຄົນ, ທີ່ຮອງຊີງຊະນະເລີດ ລະດັບຊາດ, ມີ 15 ຄົນທີ່ດີເດັ່ນໃນຈຳນວນນັບຫຼາຍຮ້ອຍຄົນໄດ້ບັນລະຍາຍກ່ຽວກັບຂໍ້ຄິດປະດິດສ້າງດ້ວຍຫົວຂໍ້ວ່າ “ຄຸນຄ່າຂອງໃບຢັ້ງຢືນພາສາອັງກິດສາກົນສຳລັບ ຊາວໜຸ່ມຫວຽດນາມ”. ສຸດທ້າຍ, ນ້ອງ ເຈີ່ນງອກແອັງຄວາ, ນັກສຶກສາມະຫາວິທະຍາໄລ ຮວາແຊນ (ນະຄອນໂຮ່ຈີມິນ) ຍາດໄດ້ລາງວັນທີ ໜຶ່ງລະດັບຊາດຂອງການແຂ່ງຂັນ, ລາງວັນທີ ສອງ ໄດ້ມອບໃຫ້ ນ້ອງ ຫງວຽນແທງ, ນັກຮຽນ ມໍ 5 ໂຮງຮຽນມັດທະຍົມຕອນປາຍ ຫງວຽນເຕີດແທັງ (ຮ່າໂນ້ຍ) ແລະ ນ້ອງ ເລືອງຢວຽນບີ່ງງວຽນ, ນັກສຶກສາສະຖາບັນເຕັກໂນໂລຢີ ໄປສະນີ ໂທລະ ນັກຮຽນ, ນັກສຶກສາ 3 ຄົນນີ້ຈະແມ່ນຕາງໜ້າຂອງ ຫວຽດນາມໄປເຂົ້າຮ່ວມການແຂ່ງຂັນຮອງ ຊີງຊະນະເລີດຂອງ ACAWC ປີ 2019, ເຊີ່ງໄດ້ດຳເນີນຢູ່ນິວຢອກ ໃນລະຫວ່າງວັນທີ 28 – 31 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ