ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ເກືອບ 128.000 ຄົນໃນ 24 ຊົ່ວໂມງຜ່ານມາ

(VOVWORLD) -ວັນທີ 23 ມີນາ, ມີຄົນເຈັບ 192,465 ຄົນໄດ້ຮັບການປະກາດວ່າ ປິ່ນປົວຫາຍດີ. ປະຈຸບັນ, ຍອດຈຳນວນກໍລະນີໄດ້ຮັບການປິ່ນປົວຫາຍດີແມ່ນ 4.661.270 ກໍລະນີ
ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ເກືອບ 128.000 ຄົນໃນ 24 ຊົ່ວໂມງຜ່ານມາ - ảnh 1ພາບປະກອບ

    ນັບແຕ່ເວລາ 16 ໂມງ ຂອງວັນທີ 22 ມີນາ ຫາ 16 ໂມງ ຂອງວັນທີ 23 ມີນາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 127.883 ກໍລະນີ, ໃນນັ້ນ 5 ຄົນມາຈາກຕ່າງປະເທດ ແລະ 127.878 ຄົນຕິດເຊື້ອຢູ່ພາຍໃນ 62/63 ແຂວງ ແລະ ນະຄອນ. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 8.479.751 ຄົນ.

           ວັນທີ 23 ມີນາ, ມີຄົນເຈັບ 192,465 ຄົນໄດ້ຮັບການປະກາດວ່າ ປິ່ນປົວຫາຍດີ. ປະຈຸບັນ, ຍອດຈຳນວນກໍລະນີໄດ້ຮັບການປິ່ນປົວຫາຍດີແມ່ນ 4.661.270 ກໍລະນີ. ໃນ 24 ຊົ່ວໂມງທີ່ຜ່ານມາ, ມີຜູ້ເສຍຊີວິດຍ້ອນຕິດພະຍາດໂຄວິດ-19 ທັງໝົດ 61 ຄົນ.

           ກ່ຽວກັບການສັກຢາປ້ອງກັນພະຍາດໂຄວິດ-19, ມາຮອດຕອນບ່າຍວັນທີ 23 ມີນານີ້, ທົ່ວປະເທດໄດ້ສັກວັກຊິນ 203 ລ້ານກວ່າໂດສ. ໃນນັ້ນ, ຈຳນວນວັກຊິນປ້ອງກັນພະຍາດໂຄວິດ-19 ທີ່ໄດ້ສັກ ໃຫ້ແກ່ເດັກອາຍຸ 12-17 ປີແມ່ນຫຼາຍກວ່າ 17 ລ້ານໂດສ. 

ຕອບກັບ

ຂ່າວ/ບົດ​ອື່ນ