ຫວຽດນາມມອບຫຼຽນໄຊ,ຫຼຽນກາໃຫ້ການນຳບາງກະຊວງ,ຂະແໜງການຂອງລາວ

ຫວຽດນາມມອບຫຼຽນໄຊ,ຫຼຽນກາໃຫ້ການນຳບາງກະຊວງ,ຂະແໜງການຂອງລາວ - ảnh 1
(ພິທີປະ​ດັບ​ຫຼຽນ​ໄຊ,ຫຼຽນ​ກາ​​ໃຫ້ການ​ນຳ​
ບາງ​ກະຊວງ,ຂະ​ແໜງ​ການ​ຂອງ​ ລາວ)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 10/9, ຢູ່​ສຳນັກງານ​ສະຖານທູດ ຫວຽດນາມ ປະຈຳ ນະຄອນຫລວງ ວຽງ​ຈັນ, ​​ໂດຍໄດ້ຮັບ​ມອບ​ໝາຍ​ຈາກ​ປະທານ​ປະ​ເທດ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ລາວ ​ໄດ້ມອບ​ຫຼຽນ​ໄຊ, ຫຼຽນ​ກາ​​ຂອງ​ງ​ລັດ ສສ ຫວຽດນາມ ​ໃຫ້​​ການ​ນຳ, ອະດີ​ດການ​ນບາງ​ທ່ານ​ຂອງ​ກະຊວງ​ອຸດສາຫະກຳ - ການ​ຄ້າ, ກະຊວງ​ພະ​ລັງ​ງານ ​ແລະ ບໍ່​ແຮ່​ແຫ່ງ ສປປ ລາວ, ​ເຊິ່ງ​ໄດ້​ມີ​ບັນດາ​ຜົນງານ​ທີ່ດີ​ເດັ່ນ​ພິ​ເສດ ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍພັວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກ​ຄີ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ລາວ. ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ທ່ານ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ມອບ​ຫຼຽນ​ໄຊ​​ເອກະລາດຊັ້ນ 2 ​ໃຫ້​ທ່ານ ນາມ ວິຍະ​ເກດ; ຫຼຽນ​ໄຊ​ເອກະ​ລາດ​ຊັ້ນ 3 ​ໃຫ້​ທ່ານ ສົມ​ບຸນ ລາຊາ​ສົມບັດ, ພ້ອມກັນ 10 ຫຼຽນ​ໄຊ, ຫຼຽນ​ກາ​ມິດຕະພາບ​ທີ່ມອບ​ໃຫ້​ບັນດາ​ການ​ນຳ, ອະດີດ​ການ​ນຳ​ກະຊວງ​ອຸດສາຫະກຳ - ການ​ຄ້າ ​ແລະ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ລາວ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ນາມ ວິຍະ​ເກດ ​ໃຫ້ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ມານະ​ພະຍາຍາມຫລາຍ​ກ່ວາ​ອີກ ​ເພື່ອ​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຮັດ​ແໜ້ນ​ນ້ຳ​ໃຈ​ມິດຕະພາບຄວາມສາມັກຄີ​ແບບ​ພິ​ເສດ ​ແລະ ການຮ່ວມ​ມື​ຮອບດ້ານລະຫວ່າງ ລາວ - ຫວຽດນາມ; ຫວຽດນາມ - ລາວ ​ໃຫ້​ສວຍ​ສົດ​ງົດ​ງາມ, ໝັ້ນ​ຄົງ​ຂະໜົງ​ແກ່ນ​ຊົ່ວ​ກາລະ​ນານ.

ຂ່າວ/ບົດ​ອື່ນ