ຫວຽດ​ນາ​ມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ສຽງ​ເວົ້າ​ລວມ, ມີບັນ​ດາ​ຂໍ້​ລິເລີ່ມ​ເພ​ື່ອ​ຊຸກຍູ້​ການ​ກະ​ທຳ​ລວມ, ໜູ​ນ​ຊ່ວຍ​ປະ​ຊາ​ຊົນ,ຟື້ນ​ຟູພື້ນ​ຖານ​ເສດ​ຖະ​ກິດ​ໄລ​ຍະ​ພາຍຫຼັງ Covid – 19

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 73 ຂອງສະມັດຊາໃຫຍ່ອົງການອະນາໄມໂລກດ້ວຍຫົວຂໍ້ວ່າ “ໂລກລະບາດ Covid - 19”, ເຊິ່ງໄດ້ຮັບການຈັດຕັ້ງຂຶ້ນທາງອອນລາຍໃນລະຫວ່າງ ວັນທີ 18 – 19 ພຶດສະພາ 2020.
ຫວຽດ​ນາ​ມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ສຽງ​ເວົ້າ​ລວມ, ມີບັນ​ດາ​ຂໍ້​ລິເລີ່ມ​ເພ​ື່ອ​ຊຸກຍູ້​ການ​ກະ​ທຳ​ລວມ, ໜູ​ນ​ຊ່ວຍ​ປະ​ຊາ​ຊົນ,ຟື້ນ​ຟູພື້ນ​ຖານ​ເສດ​ຖະ​ກິດ​ໄລ​ຍະ​ພາຍຫຼັງ Covid – 19 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 73 ຂອງສະມັດຊາໃຫຍ່ອົງການອະນາໄມໂລກດ້ວຍຫົວຂໍ້ວ່າ “ໂລກລະບາດ Covid - 19” (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວັນຟຸກ ໄດ້ສະແດງຄວາມເຫັນໃຈ ແລະ ແບ່ງປັນຢ່າງເລິກເຊິ່ງໄປຍັງລັດຖະບານ ແລະ ປະຊາຊົນບັນດາປະເທດຍ້ອນຄວາມສູນເສຍຢ່າງໃຫຍ່ຫຼວງ ຈາກໂລກລະບາດ Covid – 19, ທ່ານກໍ່ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນໄປຍັງບັນດາແພດໝໍທັງໝົດ, ຜູ້ທີ່ຢູ່ແນວໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ ເພື່ອສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນທຸກໆຄົນ.

        ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ໂດຍເປັນປະທານອາຊຽນ 2020, ຫວຽດນາມໄດ້ເປັນເຈົ້າພາບຈັດຕັ້ງ ແລະ ເຂົ້າຮ່ວມການປຶກສາຫາລືຕ່າງໆ, ມານະພະຍາຍາມຊອກຫາສຽງເວົ້າລວມ, ມີຂໍ້ລິເລີ່ມເພື່ອຊຸກຍູ້ການກະທຳລວມໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ໜູນຊ່ວຍປະຊາຊົນ, ຟື້ນຟູພື້ນຖານເສດຖະກິດໃນໄລຍະຫຼັງ Covid – 19 . ທ່ານກ່າວວ່າ:

        ຫວຽດນາມດ້ວຍເນື້ອໃນຈິດໃຈຮ່ວມມືແບ່ງປັນຄວາມຫຍຸ້ງຍາກ, ລັດຖະບານ, ຂະແໜງສາທາລະນະສຸກ, ບັນດາອົງການຈັດຕັ້ງ, ວິສາຫະກິດປະຊາຊົນໄດ້ໜູນຊ່ວຍຜ້າອັດປາກ - ດັງ, ອຸປະກອນການແພດໂດຍຫວຽດນາມຜະລິດດ້ວຍຄຸນນະພາບສູງຢ່າງແທດຈິງ, ທັນການ. ຫວຽດນາມກໍ່ແບ່ງປັນຄວາມຮັບຜິດຊອບກັບຫຼາຍປະເທດ, ເປັນຕົ້ນແມ່ນບັນດາປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງ, ພ້ອມທັງມີການປະກອບສ່ວນດ້ານການເງິນໃຫ້ແກ່ກອງທຶນ ຮັບມືກັບ Covid 19. ຫວຽດນາມເພີ່ມທະວີການຮ່ວມມືສາກົນ, ແບ່ງປັນບົດຮຽນ, ໜູນຊ່ວຍເຊິ່ງກັນແລະກັນ, ແບ່ງປັນແຫຼ່ງວັດຖຸອຸປະກອນການແພດແມ່ນວຽກງານທີ່ມີຄວາມຮັບຜິດຊອບໃນໄລຍະທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ