ຫວຽດນາມມານະພະຍາຍາມປ້ອງກັນ ແລະ ຕ້ານໂລກໄຂ້ຫວັດ A/H5N1 ແລະ H1N1

   
ຫວຽດນາມມານະພະຍາຍາມປ້ອງກັນ ແລະ ຕ້ານໂລກໄຂ້ຫວັດ A/H5N1 ແລະ H1N1 - ảnh 1
ພະນັງງານສັດຕະວະແພດແຂວງແທງຮ້ວາລົງປະຕິບັດວຽກງານ
ສັກຢາກັນພະຍາດໃຫ້ແກ່ສັດປີກ (ພາບ : baothanhhoa.com)

Vovworld- ບັນດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດນາມ​ພວມ​ຂຸ້ນຂ້ຽວ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ໄຂ້ຫວັດ A/H5N1 ​ແລະ H1N1. ປະຈຸ​ບັນ, ບັນດາ​ຮາກ​ຖານ​ການ​ແພດ ​ແລະ ກວດ, ປິ່ນປົວ​ພະຍາດ​ຢູ່ 8 ​ເມືອງ, ​ເທດສະບານ​ໃນ​ແຂວງ ບັກ​ກ້ານ ​ໄດ້​ກະກຽມ​ເຄື່ອງ​ອຸປະກອນ, ວັດຖຸ, ທາດ​ເຄມີ, ຢຸກຢາ.....​ເພື່ອ​ກຽມພ້ອມ​ຮັບ​ມື​ກັບ ໂລກ​ໄຂ້ຫວັດ A. ບັນດາ​ຮາກ​ຖານ​ການ​ແພດ, ​ໂຮງໝໍ​ຂັ້ນ​ຕ່າງໆ, ພິ​ເສດ​ແມ່ນ​ເຂດ​ດ່ານຊາຍ​ແດນຂອງ​ແຂວງ ລ້າງ​ເຊີນ ລ້ວນ​ແຕ່​ໄດ້​ຮັບ​ການ​ປະກອບ​ເຄື່ອງອຸປະກອນ​ຢ່າງຄົບ​ຖ້ວນ​ເພື່ອ​ກຽມພ້ອມປິ່ນປົວ​ຄົນ​​ເຈັບ. ທ່ານ​ຫງວຽນ​ຊວນ​ເຈືອງ ຫົວໜ້າ​ສູນ​ສາ​ທາ​ລະນະ​ສຸກ ປ້ອງ​ກັນ​ພະຍາດ ​ແຂວງ ລ້າງ​ເຊີນ​ໃຫ້​ຮູ້​ວ່າ :

   “ ຢູ່​ດ່ານ​ຊາຍ​ແດນ, ສູນ​ກວດ​ໂລກລະບາດ​ສາກົນ​ໄດ້​ຜັນ​ຂະຫຍາຍ​ບັນດາ​ສະຖານ​ທີ່​ກວດ​ສຸຂະພາບ​ຄົນ​ເຈັບ​ເມື່ອ​ຈຳ​ເປັນ, ປະ​ຕິ​ບັດ​ການ​ຕິດຕາມ​ວັດ​ອຸນຫະພູມ​ຮ່າງກາຍ​ບັນດາ​ຜູ້​ຄົນ​​ໄປມາຜ່ານ​ດ່ານ​ຊາຍ​ແດນ. ຂະ​ແໜງ​ສາທາ ລະນະ​ສຸກ​ຍັງ​ສ້າງ​ຕັ້ງ​ສູນ​ປິ່ນປົວ​ຄົນ​ເຈັບຕ່າງຫາກ​ຢູ່​ດ່ານ​ຊາຍ​ແດນ ດົງ​ດັງ. ນອກຈາກ​ນັ້ນ, ທາງ​ຂະ​ແໜງ​ຍັງສົມທົບ​ກັບ​ຄະນະ​ຊີ້​ນຳ​ຂອງ​ແຂວງ, ອົງການ​ສັດຕະວະ​ແພດ ​ເພື່ອ​ພ້ອມ​ກັນ​ຕິດຕາມ​ການ​ຜັນ​ແປ​ຂອງ​ໂລກ​ໄຂ້ຫວັດ​ສັດ​ປີກ ”

     

ຂ່າວ/ບົດ​ອື່ນ