ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 180.000 ຄົນໃນ 24 ຊົ່ວໂມງຜ່ານມາ

(VOVWORLD) -ໃນວັນທີ 16 ມີນາ, ຫວຽດນາມມີຄົນເຈັບ 167.163 ຄົນໄດ້ຮັບການປິ່ນປົວຫາຍດີ. ອັນໄດ້ຍົກຍອດຈໍານວນກໍລະນີປິ່ນປົວຫາຍດີຂຶ້ນເຖິງ 3.547.488 ກໍລະນີ. 
ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 180.000 ຄົນໃນ 24 ຊົ່ວໂມງຜ່ານມາ - ảnh 1ພາບປະກອບ

    ນັບແຕ່ເວລາ 16 ໂມງ ຂອງວັນທີ 15 ມີນາ ຫາ 16 ໂມງ ຂອງວັນທີ 16 ມີນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 180.558 ຄົນ,   ໃນນັ້ນ 6 ຄົນມາຈາກຕ່າງປະເທດ ແລະ 180.552 ຄົນ ຢູ່ພາຍໃນ 62/63 ແຂວງ ແລະ ນະຄອນທົ່ວປະເທດ. ນັບແຕ່ເລີ່ມເກີດໂລກລະບາດເປັນຕົ້ນມາ, ຫວຽດນາມມີ 6.820.458 ກໍລະນີ.

   ໃນວັນທີ 16 ມີນາ, ຫວຽດນາມມີຄົນເຈັບ 167.163 ຄົນໄດ້ຮັບການປິ່ນປົວຫາຍດີ. ອັນໄດ້ຍົກຍອດຈໍານວນກໍລະນີປິ່ນປົວຫາຍດີຂຶ້ນເຖິງ 3.547.488 ກໍລະນີ. ໃນ 24 ຊົ່ວໂມງຜ່ານມາ, ມີ 62 ຄົນເສຍຊີວິດຍ້ອນພະຍາດໂຄວິດ-19.

    ມາຮອດຕອນບ່າຍວັນທີ 16 ມີນານີ້, ທົ່ວປະເທດໄດ້ສັກວັກຊີນກັນໂຄວິດ-19 ເປັນຈຳນວນ 200,7 ລ້ານໂດສ. ໃນນັ້ນ, ວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ເດັກອາຍຸ 12-17 ປີ ແມ່ນ 17.054.807 ໂດສ. ປະຈຸບັນ, ບັນດາທ້ອງຖິ່ນພວມຍູ້ແຮງການສັກຢາປ້ອງກັນ, ຮັບປະກັນຄວາມຄືບໜ້າຂອງການສັກຢາປ້ອງກັນພະຍາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ