ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ຈຳນວນເກືອບ 8.500 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ

(VOVWORLD) -ນັບແຕ່ພະຍາດໂຄວິດ-19 ເລີ່ມແຜ່ລະບາດເປັນຕົ້ນມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 11.411.679 ຄົນ
ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ຈຳນວນເກືອບ 8.500 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ - ảnh 1ພາບປະກອບ

     ວັນທີ 31 ສິງຫາ, ກະຊວງສາທາລະນະສຸກ ຫວຽດນາມໃຫ້ຮູ້ວ່າ ຫວຽດນາມໄດ້ກວດພົບ ຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນຈຳນວນ 1.561 ກໍລະນີ, ຫຼຸດລົງກວ່າ 500 ກໍລະນີ ເມື່ອທຽບໃສ່ມື້ກ່ອນນັ້ນ. ໃນວັນທີ 31 ສິງຫານີ້, ບໍ່ມີຜູ້ເສຍຊີວິດຍ້ອນພະຍາດນີ້, ໃນຂະນະທີ່ຈຳນວນຄົນເຈັບທີ່ໄດ້ຮັບການປິ່ນປົວຫາຍດີແມ່ນ 8.500 ກໍລະນີ.

           ເປັນອັນວ່າ, ນັບແຕ່ພະຍາດໂຄວິດ-19 ເລີ່ມແຜ່ລະບາດເປັນຕົ້ນມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 11.411.679 ຄົນ, ໃນນັ້ນມີ 10.178.760 ຄົນໄດ້ຮັບການປິ່ນປົວຫາຍດີ

        ປະຈຸບັນ, ຫວຽດນາມ ຍັງຖືກຈັດອັນດັບທີ 12/227 ປະເທດ ແລະ ເຂດແຄ້ວນກ່ຽວກັບຈຳນວນຜູ້ຕິດເຊື້ອ 

ຕອບກັບ

ຂ່າວ/ບົດ​ອື່ນ