ຫວຽດນາມຢືນຢັນຄືນໃໝ່ການສະໜັບສະໜູນວິວັດທະນາການສ້າງສັນຕິພາບໂດຍຊາວອາບການິດສະຖານເປັນຜູ້ນຳພາແລະເປັນເຈົ້າຂອງ

(VOVWORLD) -ບັນດາປະເທດ ແລະ ນັກບັນລະຍາຍໄດ້ຊົມເຊີຍເລື່ອງດຳເນີນການເຈລະຈາສັນຕິພາບຄັ້ງປະຫວັດສາດລະຫວ່າງລັດຖະບານອາບການິດສະຖານ ແລະ ກຳລັງຕາລີບານ
ຫວຽດນາມຢືນຢັນຄືນໃໝ່ການສະໜັບສະໜູນວິວັດທະນາການສ້າງສັນຕິພາບໂດຍຊາວອາບການິດສະຖານເປັນຜູ້ນຳພາແລະເປັນເຈົ້າຂອງ - ảnh 1(ພາບປະກອບ: THX/TTXVN)

ວັນທີ 20 ພະຈິກ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມ ຂັ້ນສູງທາງອອນລາຍກ່ຽວກັບຫົວຂໍ້ “ສະພາຄວາມໝັ້ນຄົງ ອາດຈະເຮັດສິ່ງໃດສິ່ງໜຶ່ງເພື່ອໜູນຊ່ວຍວິວັດທະນາການສັນຕິພາບຢູ່ອາບການິດສະຖານ”. ບັນດາປະເທດ ແລະ ນັກບັນລະຍາຍໄດ້ຊົມເຊີຍເລື່ອງດຳເນີນການເຈລະຈາສັນຕິພາບຄັ້ງປະຫວັດສາດລະຫວ່າງລັດຖະບານອາບການິດສະຖານ ແລະ ກຳລັງຕາລີບານ ເຊິ່ງໄດ້ເລີ່ມດຳເນີນເມື່ອວັນທີ 12 ກັນຍາ 2020 ຢູ່ ໂດຮາ (ກາຕາ). ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢືນຢັນຄືນໃໝ່ການສະໜັບສະໜູນວິວັດທະນາການສ້າງສັນຕິພາບໂດຍຊາວອາບການິດສະຖານເປັນຜູ້ນຳພາ ແລະ ເປັນເຈົ້າຂອງ ແລະ ປາດຖະໜາວ່າ, ບັນດາຝ່າຍຈະບັນລຸໄດ້ຂໍ້ຕົກລົງຢຸດຍິງໄລຍະຍາວເພື່ອສ້າງສະພາບແວດລ້ອມໃຫ້ມີສະຖຽນລະພາບ ແລະ ສະດວກໃຫ້ແກ່ການເຈລະຈາສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ