ຫວຽດນາມຢືນອັນດັບທີ55ໃນຕາຕະລາງດັດຊະນີຄວາມຈະເລີນຮຸ່ງເຮືອງ

 ຫວຽດນາມຢືນອັນດັບທີ55ໃນຕາຕະລາງດັດຊະນີຄວາມຈະເລີນຮຸ່ງເຮືອງ - ảnh 1

(vovworld)-  ​​ຕາມ​ດັດ​ຊະ​ນີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ປີ 2015(2015 Prosperity Index) ຂອງ​ສະ​ຖາ​ບັນ Legatum ມີ​ສຳ​ນ​ັກ​ງານ​ຢູ່ ລອນດອນ ປະ​ເທດ ອັງ​ກິດ ໄດ້​ປະ​ກາດ​ໃນ​ວັນ​ທີ 2/11 ວ່າ: ນອກ​ແວ ແມ່ນ​ປະ​ເທດ​ຈະ​ເລີນ​ຮຸ່ງ​ເຮືອງກວ່າໝູ່​ຂອງໂລກ ໃນ​ 7 ປີ​ຢ່າງລຽນ​ຕິດ, ໃນ​ຂະ​ນະ​ນັ້ນ ບັນ​ດາ​ປະ​ເທດ​ຄື: ແດ​ນ​ມາກ, ສະ​ວິດ, ຊູ​ແອດ ແລະ ນິວ​ເຢີ​ແລນ ແມ່ນ​​ຖື​ກ​ຈັດ​ໃນໝວດ 5 ປະ​ເທດ​ນຳ​ຫນ້າໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ 142 ປະ​ເທດ​ໃນ​ໂລກ.  ອັງ​ກິດ​ຢື​ນ​ອັນ​ດັບ​ທີ 15, ຈີນ ຊື່ງ​ແມ່ນ​ພື້ນ​ຖານ​ເສ​ດ​ຖະ​ກິດ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ ຖືກ​ຈັດ​ອັນ​ດັບ​ທີ 52. ສຳ​ລັບ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ສິງ​ກະ​ໂປ ຢື​ນ​ອັນ​ດັບ​ທີ 17 ຊື່ງ​ແມ່ນ​ປະ​ເທດ​ນຳ​ຫນ້າ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ ດ້ວຍ​ສິນ​ຄ້າ​ສົ່ງ​ອອກ​ເກືອບ​ເຄິ່ງ​ຫນຶ່ງ​ຂອງ​ປະ​ເທດນີ້ ແມ່ນ​ສິນ​ຄ້າ​ເຕັກ​ໂນ​ໂລ​ຊີ​ສູງ. ສ່ວນ ອິນ​ໂດ​ເນ​ເຊຍ ຢືນ​ອັນ​ດັບ​ທີ 69 ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ມ​ີ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ພົ້ນ​ເດັ່ນ​ທີ່​ສຸດ ແລະ ຫວຽດ​ນາມ ຢືນ​ອັນ​ດັບ​ທີ 55 ໃນ​ຕາ​ຕະ​ລາງ​ດັ່ງ​ກ່າວ.

 

ຂ່າວ/ບົດ​ອື່ນ