ຫວຽດນາມ-ສິງກະໂປ ເຫັນດີປະຕິບັດເນື້ອໃນ ຄູ່ຮ່ວມມືຍຸດທະສາດ ສຳເລັດຜົນ

 ຫວຽດນາມ-ສິງກະໂປ ເຫັນດີປະຕິບັດເນື້ອໃນ ຄູ່ຮ່ວມມືຍຸດທະສາດ ສຳເລັດຜົນ - ảnh 1
 (ພາບ: VGP/Thành Chung)

 (vovworld)-​​​​ ​ນີ້​ແມ່ນ​ໝາກຜົນ​ຂອງ​ການ​ຢ້ຽມຢາມ​ສິງກະ​ໂປ​ແຕ່​ວັນ​ທີ 5-9/11 ຂອງ​ທ່ານ​ຮອງນາຍົກລັດຖະມົນຕີ​ຫວູ້ວັນ​ນິງ. ​ໃນ​ບັນດາ​ການ​ຕ້ອນຮັບທ່ານ​ຮອງນາຍົກ ລັດຖະມົນຕີ​ຫວູ້ວັນ​ນິງ, ການ​ນຳ ​ແລະ ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ສິງກະ​ໂປ ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອໝັ້ນວ່າ ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ດ້ານ​ການ​ເມືອງ​ຢ່າງ​ສະໜິດ​ແໜ້ນ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ການ​ນຳ​ສອງ​ປະ​ເທດ​ກ່ວາ​ອີກ. ສອງ​ຝ່າຍ​ເຫັນ​ດີ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ປະຕິບັດ​ເນື້ອ​ໃນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຂໍ້​ຕົກລົງ​ຂັ້ນສູງ​ສອງ​ປະ​ເທດ.

  ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-​ການ​ຄ້າ-​ການ​ລົງທຶນ, ສອງ​ຝ່າຍ​ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ເຂດ​ອຸດສາຫະກຳ​ຫວຽດນາມ-​ສິງກະ​ໂປ ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເຫັນ​ດີ​ຈະ​ສືບ​ຕໍ່​ເປີດ​ກ້ວາງ, ​ເພີ່ມ​ຈຳນວນ​ບັນດາເຂດ​ອຸດສາຫະກຳ​ຫວຽດນາມ-​ສິງກະ​ໂປ ຢ່າງ​ເໝາະ​ສົມ. ບັນດາ​ເຈົ້າໜ້າ​ທີ່​ສິງກະ​ໂປ​ ກໍ່​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ບຳລຸງສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຢືນຢັນ​ສິງກະ​ໂປ ​ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ-​ບຳລຸງ​ສ້າງ​ກັບ​ຫວຽ​ດນາມ​. ສອງ​ຝ່າຍ​ເຫັນ​ດີ​ຈະ​ສືບຕໍ່ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ສັນຕິພາບ, ສະຖຽນລະ​ພາບຂອງ​ພາກ​ພື້ນ, ​ໃນ​ນັ້ນມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ