ຫວຽດນາມສົ່ງເສີມບັນດາວິສາຫະກິດລັດ ອຸຕາ, ປະເທດອາເມລິກາເພີ່ມທະວີການລົງທຶນ, ຮ່ວມມື

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ໄດ້ໃຫ້ການຕ້ອນຮັບທ່ານ Gary Herbert ຜູ້ວ່າການລັດ ອຸຕາ, ປະເທດອາເມລິກາ ພ້ອມດ້ວຍຄະນະ
ຫວຽດນາມສົ່ງເສີມບັນດາວິສາຫະກິດລັດ ອຸຕາ, ປະເທດອາເມລິກາເພີ່ມທະວີການລົງທຶນ, ຮ່ວມມື - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ມອບເຄື່ອງທີ່ລະນຶກໃຫ້ທ່ານ Gary Herbert ຜູ້ວ່າການລັດ ອຸຕາມອບເຄື່ອງທີ່ລະນຶກ

ວັນທີ 30 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ໄດ້ໃຫ້ການຕ້ອນຮັບທ່ານ Gary Herbert ຜູ້ວ່າການລັດ ອຸຕາ, ປະເທດອາເມລິກາ ພ້ອມດ້ວຍຄະນະເຈົ້າໜ້າທີ່, ວິສາຫະກິດລັດດັ່ງກ່າວ ຊຶ່ງພວມຢ້ຽມຢາມຫວຽດນາມແຕ່ວັນທີ 29 ສິງຫາຫາວັນທີ 3 ກັນຍາ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ຢືນຢັນວ່າ ລັດຖະບານຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ຫວັງຢາກຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດ. ສ່ວນທ່ານ Gary Herbert ຜູ້ວ່າການລັດ ອຸຕາ ຢືນຢັນວ່າ ລັດອຸຕາ ຖືເປັນສຳຄັນ ແລະ ຈະຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງມີປະສິດທິຜົນກັບຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ. 

ຕອບກັບ

ຂ່າວ/ບົດ​ອື່ນ