ຫວຽດນາມສືບຕໍ່ເສີມຂະຫຍາຍບົດບາດປົກປັກຮັກສາ,ຍົກສູງຫຼັກການພື້ນຖານຂອງກົດໝາຍສາກົນແລະກົດບັດສປຊ

ຫວຽດນາມສືບຕໍ່ເສີມຂະຫຍາຍບົດບາດປົກປັກຮັກສາ,ຍົກສູງຫຼັກການພື້ນຖານຂອງກົດໝາຍສາກົນແລະກົດບັດສປຊ - ảnh 1
(ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ)

(vovworld) – ຫວຽດນາມ​ສືບ​ຕໍ່​ມານະ​ພະຍາຍາມ​ເສີມ​ຂະຫຍາຍ​ບົດບາດ​ປົກ​ປັກ​ຮັກສາ, ຍົກ​ສູງ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍສາກົນ​ແລະ​ກົດ​ບັດ​ສະຫະປະຊາຊາດ. ນີ້​ແມ່​ນຄຳ​ຢືນຢັນ​ຂອງ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ​ຫວຽດນາມ ​ວັນ​ທີ 16/09, ​ເນື່ອງ​ໃນ​ໂອກາດ​ໄຂ​ກອງ​ປະຊຸມ​ໃຫຍ່ສະມັດ​ຊາສະຫະ​ປະຊາ​ຊາດ ຊຸດ​ທີ 70.

        ຕີ​ລາຄາ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ເຄື່ອນ​​ໄຫວຂອງ​​ກອງ​ປະຊຸມ​ໃຫຍ່ສະມັດ​ຊາສະຫະ​ປະຊາ​ຊາດ  ຊຸດ​ທີ 69, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ໃຫຍ່ສະມັດ​ຊາສະຫະ​ປະຊາ​ຊາດ ຊຸ​ດທີ 69 ​ໄດ້​ສ້າງຂີດ​ໝາຍພິ​ເສດ ​ໃນ​ການ​ປະຕິບັດ​ບັນດາ​ຄາດໝາຍ​ອັນ​ສຸງສົ່ງ ​ເຊິ່ງ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ໄດ້​ວາງ​ອອກ​ແມ່ນ​ຊຸກຍູ້​ສັນຕິພາບ, ຄວາມ​ສະ​ຫງົບ​ປອດ​ໄພ​ໃນ​​ໂລກ, ການພັດທະນາ ​ແລະ ຄວາ​​ມກ້າວໜ້າ​ສັງຄົມ ​ແລະ ສິດທິ​ມະນຸດ.

        ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຫວຽດນາມ ຢູ່​ສະ​ຫະປະຊາ​ຊາດ, ທ່ານ​ນາງ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໃຫ້​ຮູ້​ວ່າ, ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຕັ້ງ​ໜ້າ​ໃນ​ຫຼາຍ​ດ້ານ ​ເພື່ອ​ແນ​ໃສ່​ຍົກ​ສູງ​ບົດບາດ​ຂອງ​ຕົນ​ຢູ່​ສະຫະ​ປະຊາ​ຊາດ ​ແລະ ​ເພີ່ມ​ທະວີ​ການ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ສະຫະ​ປະຊາ​ຊາດ. ຫວຽດນາມ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ເສີມ​ຂະຫຍາຍ​ບົດບາດ​ໃນ​ການ​ປົກ​ປັກ​ຮັກສາ, ຍົກ​ສູງ​ບັນດາ​ຫຼັກ​ການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ສະຫະ​ປະຊາ​ຊາດ, ຊຸກຍູ້​ການ​​ແກ້​ໄຂ​ບັນດາ​ການ​ປະ​ທະ​ກັນຂັດ​ແຍ້​ງກັນ​ຢ່າງ​ສົມ​ເຫດ​ສົມ​ຜົນໂດ​ຍສັນຕິ​ວິທີ, ​ບໍ່​ນຳ​ໃຊ້​ອາວຸດ​ຫຼື​ນາບ​ຂູ່​ນຳ​ໃຊ້​ອາວຸດ, ​ເພີ່ມ​ທະວີ​ການ​ຮ່ວມ​ມືຢ່າງ​​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​​ໂຫຍ​ດ…

ຂ່າວ/ບົດ​ອື່ນ