“ຫວຽດນາມສວຍງາມ”ໃນສາຍຕາເພື່ອນມິດຍີ່ປຸ່ນ

“ຫວຽດນາມສວຍງາມ”ໃນສາຍຕາເພື່ອນມິດຍີ່ປຸ່ນ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຫວຽດ​ນາມ
ປະ​ຈຳ​ຍີ່​ປຸ່ນ ຫງວຽນ​ກ໋ວກ​ເກື່ອງ
(ພາບ​: vietnamplus.vn)


(vovworld) - ​ຕອນ​ຄ່ຳ​ວັນ​ທີ 08/10, ສະ​ຖານ​ທ​ູ​ດຫວຽດ​ນາມ​ ປະ​ຈຳ​ຍີ່​ປຸ່ນ ໄດ້​ຈັດ “ລາຍ​ການ​ຫວຽດ​ນາມ ສວຍ​ງາມ”. ນີ້​ແມ່ນ​ເຫດ​ການ​ວັດ​ທະ​ນະ​ທຳ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ສຳ​ຄັນ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ພາບ​ພົດ, ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ເຖິງ​ເພື່ອນ​ມິດ​ຍີ່​ປຸ່ນ. ລາຍ​ການ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ເພື່ອ​ມ​ມິດ​ຍີ່​ປຸ່ນ ຫຼາຍ​ຄົນ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ ຜູ້​ມີ​ອຳ​ນາດ​ເຕັບ​ແຫ່ງ​ສ​ສ​.ຫວຽດ​ນາມ ປະ​ຈຳ​ຍີ່​ປຸ່ນ ຫງວຽນ​ກ໋ວກ​ເກື່ອງ ໃຫ້​ຮູ້​ວ່າ, ຈາກ​ປະ​ເທດ​​ທີ່​ມີ​ຂົງ​ເຂດກະ​ສິ​ກຳ​ທີ່​ຫຼ້າ​ຫຼັງ ແລະ ​ຂາດ​ສະ​ບຽບ​ອາ​ຫານ, ຫວຽດ​ນາມ ໄດ້​ກ່າຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ສຳ​ຄັນ​ຢູ່​ພາ​ກ​ພື້ນ, ດ້ວຍ​ການ​ສົ່ງ​ອອກ​ເຂົ້າ​ສານ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ ແລະ ເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫຼາຍ​ສະ​ບັບ, ໃນ​ນັ້ນ​ໄດ້​ພ້ອມ​ກັບ​ຍີ່​ປຸ່ນ ເຂົ້າ​ຮ່ວມ​ສັນ​ຍາ​ຄູ່​ຮ່ວມ​ມື​​ຂ້າມ​ປາ​ຊີ​ຟິກ (TPP). ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປາດ​ຖະ​ໜາ​ວ່າ, ຜ່ານ​ເຫດ​ການ​ທາງ​ການ​ທູດ​ວັດ​ທະ​ນະ​ທຳ​ຄັ້ງ​ນີ້ ບັນ​ດາ​ເພື່ອນ​ມິດ​ຍີ່​ປຸ່ນ ຈະ​ສື​ບ​ຕໍ່​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຫວຽດ​ນາມ ແລະ ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ພັດ​ທະ​ນາກວ່າ​ອີກ.

        ໃນ​ຂອບ​ເຂດ​ຂອງ​ລາຍ​ການ, ບັນ​ດາເພື່ອນ​ມິດ​ຍີ່​ປຸ່ນ ໄດ້​ຊົມ​ບັນ​ດາ​ວາດ​ຟ້ອນ​ທ​ີ່​ເປັນ​ມູນ​ເຊື້ອ, ຮູບ​ພາບ​ໂຄ​ສະ​ນາ​ກ່ຽວ​ກັບ​ວັດ​ນະ​ທຳ, ປະ​​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ; ໄດ້​ຮັບ​ຟັງ​ບັນ​ດາ​ບົດ​ເພງ​ຂອງ​ຫວຽດ​ນາມ ດ້ວຍ​ພາ​ສາ​ຍີ່​ປຸ່ນ…

ຂ່າວ/ບົດ​ອື່ນ