ຫວຽດນາມສະເໜີຈີນປ່ອຍນ້ຳແກ້ໄຂໄພແຫ້ງແລ້ງ

ຫວຽດນາມສະເໜີຈີນປ່ອຍນ້ຳແກ້ໄຂໄພແຫ້ງແລ້ງ - ảnh 1
(ທ່ານ​ນາງ ຟ້າ​ມທູ​ຮັ່ງ ຮອງ​ໂຄສົກກະຊວງ​
ການ​ຕ່າງປະ​ເທດ ຫວຽດນາມ)

(vovworld) -  ວັນ​ທີ 14/03/2016, ​ເມື່ອ​ຕອບ​ສຳ​ພາ​ດຕໍ່​ນັກ​ຂ່າວ​ກ່ຽວ​ກັບຂໍ້ມູນ​ຂ່າວ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ ຫວຽດນາມ ສະ​ເໜີ ຈີນ ມີ​ມາດ​ຕະການ​ໜູນ​ຊ່ວຍ​ເພີ່ມ​ປະລິມານ​ນ້ຳ​ປ່ອຍ​ອອກ ​ເພື່ອ​ແກ້​ໄຂ​ສະພາບ​​ໄພ​ແຫ້ງ​ແລ້ງ​ຢູ່​ບາງ​ແຂວງ​ຂອງ ຫວຽດນາມ, ທ່ານ​ນາງ ຟ້າ​ມທູ​ຮັ່ງ ຮອງ​ໂຄສົກກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ: ຫວຽດນາມ ຖື​ວ່າ ​ເລື່ອງ​ພ້ອມ​ກັນ​ປົກ​ປັກ​ຮັກສາ ​ແລະ ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ ​ແມ່ນ​ຄວາມ​ຮັບຜິດຊອບ​ລວມຂອງ​ບັນ​ດາ​ປະ​ເທດ​ຂຶ້ນ​ກັບລົ່ງ​ແມ່ນ້ຳ ​ເພື່ອ​ແນ​ໃສ່​ຮັບປະກັນຄວາມກົມກຽວ​ລະຫວ່າງຜົນ​ປະ​ໂຫຍ​ດຂອງ​ບັນ​ດາ​ປະ​ເທດ​ທີ່​ກ່ຽວຂ້ອງ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ພາກ​ພື້ນ​. ຫວ່າງ​ແລ້ວ​ນີ້, ຫວຽດນາມ ​ໄດ້​ຜ່ານ​ທາງ​ການ​ທູດ ​ເພື່ອສະ​ເໜີ​​ໃຫ້ຝ່າຍ ຈີນ ​ເພີ່ມ​ປະລິມານ​ນ້ຳ​ປ່ອຍ​ອອກ​ຈາກ​ເຂື່ອນ​ໄຟຟ້າ​ນ້ຳຕົກ ຈີ​ງຄູ​ງ (ຢວນໜານ, ຈີນ) ລົງຍ່ານ​ລຸ່ມ​​ແມ່​ນ້ຳຂອງ ​ເພື່ອ​ແກ້​ໄຂ​ສະພາບ​ຄວາມ​ໄພ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊຶມ​ເຂົ້າ​ຢູ່​ບາງ​ແຂວງທົ່ງພຽງ​ແມ່ນ​ນ້ຳຂອງ​ຂອງ ຫວຽດນາມ. ຫວຽດນາມ ຊົມ​ເຊີຍ​ເລື່ອງ​ບັນດາ​ອົງການ​​ກ່ຽວຂ້ອງ ຈີນ ​ໃຫ້​ຮູ້ ຈະ​ຕັ້ງ​ໜ້າ​ສົມທົບ​ກັນ ​ເພື່ອຜັນ​ຂະຫຍາຍ​ແຜນການ​ປ່ອຍ​ນ້ຳ​ໂດຍ​ໄວ​ ໃນ​ໄລຍະ​​ ​ແຕ່​ວັນ​ທີ 15/03 – 04/04/2016.

 

ຂ່າວ/ບົດ​ອື່ນ